ຫວຽດນາມປະກອບຂໍ້ລິເລີ່ມເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຍ້ອນການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕອນເຊົ້າວັນທີ 10 ຕຸລາ (ຕາມເວລາຫວຽດນາມ) ຄະນະກຳມະການເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂຶ້ນກັບສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 72 ໄດ້ຈັດວາລະປຶກສາຫາລືລວມ ສຳລັບຫົວຂໍ້ກ່ຽວກັບການພັດທະນາແບບຍືນຍົງ (ຫົວຂໍ້ 19).
ຫວຽດນາມປະກອບຂໍ້ລິເລີ່ມເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຍ້ອນການປ່ຽນແປງຂອງດິນຟ້າອາກາດ - ảnh 1 (ພາບປະກອບ: TTXVN)

ໃນນັ້ນມີບັນດາຫົວຂໍ້ຍ່ອຍກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ສະພາບການຫັນເປັນທະເລຊາຍ ແລະ ແຫ້ງແລ້ງ, ສົນທິສັນຍາກ່ຽວກັບຊີວະນາໆພັນ… ມີ 60 ປະເທດຈົດທະບຽນເຂົ້າຮ່ວມກ່າວປາໄສກ່ຽວກັບຫົວຂໍ້ດັ່ງກ່າວ. ກ່າວຄຳເຫັນທີ່ວາລະປຶກສາລວມ, ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ຢູ່ສະຫະປະຊາຊາດ, ທ່ານ ໂງຢາທ້ວນ, ເລຂາທີໜຶ່ງ, ຢືນຢັນວ່າ, ໂດຍແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນຮ້າຍຍ້ອນໄພທຳມະຊາດ, ຫວຽດນາມ ໄດ້ເປັນເຈົ້າການນຳໃຊ້ບັນດາມາດຕະການເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ດ້ວຍການໜູນຊ່ວຍອັນລ້ຳຄ່າຈາກບັນດາອົງການສະຫະປະຊາຊາດ ໃນຊຸມປີຜ່ານມາ. ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເນັ້ນໜັກເຖິງບັນດາມາດຕະການແກ້ໄຂຄື: ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຕ້ອງສົມທົບໜູນຊ່ວຍຕໍ່ກັນຢ່າງຄົບຊຸດກັບບັນດາບັນຫາອື່ນໆຄື ວິທະຍາສາດ - ເຕັກໂນໂລຊີ; ໜູນຊ່ວຍພັດທະນາບັນດາປະເທດມີລາຍຮັບຕ່ຳ ແລະ ມີລາຍຮັບປານກາງຖືກຜົນສະທ້ອນຈາກໄພທຳມະຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ