ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໂຄງການດຳເນີນງານຂອງກອງປະຊຸມສະພາຄູອາຈານອາຊຽນ + 1

(VOVWORLD) -ກອງປະຊຸມສະພາຄູອາຈານອາຊຽນ + 1 ຄັ້ງທີ 36 ດ້ວຍຫົວຂໍ້ “ຟື້ນຟູພາຍຫຼັງໂລກລະບາດ ການອອກແບບດ້ານການສຶກສາພາຍຫຼັງໂລກລະບາດໃນໂລກແຫ່ງດີຈີຕອນ” ເຊິ່ງໄດ້ດຳເນີນໃນວັນທີ 3 ແລະ ວັນທີ 4 ກັນຍາຢູ່ ຈາກາຕາປະເທດອິນເດຍເນເຊຍ
ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໂຄງການດຳເນີນງານຂອງກອງປະຊຸມສະພາຄູອາຈານອາຊຽນ + 1 - ảnh 1ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ

     ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 600 ຄົນເຊິ່ງແມ່ນພະນັກງານຄູອາຈານທີ່ມາຈາກກຳມະບານການສຶກສາ, ກຳມະບານຄູອາຈານ, ສະຫະສະມາຄົມຄູອາຈານບັນດາປະເທດອາຊຽນ ແລະ ສ ເກົາຫຼີ.

  ທີ່ກອງປະຊຸມກຳມະບານການສຶກສາຫວຽດນາມກໍ່ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມດ້ວຍບົດລາຍງານແຫ່ງຊາດທີ່ມີຫົວຂໍ້ “ການສຶກສາຫວຽດນາມໃນໄລຍະເກີດໂລກລະບາດ: ບັນດາສິ່ງກີດຂວາງ ແລະ ມາດຕະການປົວແປງຄຸນນະພາບໃນໄລຍະຫຼັງໂລກລະບາດ” ແລະ ບົດປະກອບຄຳຄິດເຫັນດ້ວຍຫົວຂໍ້ “ວິທີຮັດແຄບໄລຍະຫ່າງທາງດ້ານດີຈີຕອນໃນຂົງເຂດການສຶກສາ”, ພິເສດຄະນະຜູ້ແທນຫວຽດນາມໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກໃນການເຂົ້າຮ່ວມປະກອບຄຳຄິດເຫັນເຂົ້ົ້າໃນມະຕິຂອງກອງປະຊຸມ

ຕອບກັບ

ຂ່າວ/ບົດ​ອື່ນ