ພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງອົງການສຶກສາ,
ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ
(ພາບ: hanoimoi.vom.vn)
(vovworld) - ພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ດຳເນີນໃນວັນທີ 23/11, ຢູ່ຮ່າໂນ້ຍ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າ: UNESCO ແມ່ນອົງການໜຶ່ງທີ່ມີຄວາມ ໃກ້ຊິດກັບປະຊາຊົນຫວຽດນາມ ແລະ ມີການປະກອບສ່ວນອັນແທດຈິງ ຫຼາຍຢ່າງໃຫ້ແຕ່ລະຄອບຄົວ, ທ້ອງຖີ່ນ ແລະ ປະຊາຄົມ. ໃນຊຸມປີຜ່ານມາ, ຍາມໃດຫວຽດນາມກໍ່ມານະພະຍາຍາມປະຕິບັດພັນທະຂອງປະເທດສະ
ມາຊິກຢ່າງຄົບຖ້ວນ, ຜັນຂະຫຍາຍຂໍ້ລິເລີ່ມ ແລະ ໂຄງການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານຂອງ UNESCO. ກ່າວຄວາມເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມ
ບິ່ງມິງ ຫວັງວ່າ UNESCO ຈະສືບຕໍ່ນຳໜ້າໃນການຊຸກຍູ້ພື້ນຖານວັດທະນະທຳສັນຕິພາບ.
“ໂດຍແມ່ນປະເທດທີ່ມີມູນເຊື້ອຮັກຫອມສັນຕິພາບ, ຖືການສຶກສາເປັນສຳຄັນ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳໂດຍລຸ້ນກ່ອນປະໄວ້. ປະຊາຊົນຫວຽດນາມສະໜິດຕິດພັນກັບຄະຕິ ແລະ ຈຸດປະສົງເຄື່ອນໄຫວຂອງ UNESCO. ມີຫຼາຍແນວຄວາມຄິດຂອງ UNESCO ແມ່ນເໝາະສົມກັບຄວາມມຸ້ງຫວັງໄດ້ມີຊີວິດ ແລະ ບືນຕົວຂຶ້ນຂອງຊາດຫວຽດນາມ“.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳຫວຽດນາມ Katherine Marin ເວົ້າວ່າ: UNESCO ພ້ອມກັບຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງ, UNESCO ມີການພົວພັນອັນດີງາມ, ຍາວນານກັບຫວຽດນາມ ໃນການໜູນຊ່ວຍພັດທະນາຂອງປະເທດຊາດ, ພິເສດແມ່ນການພັດທະນາວັດທະນະທຳ, ການສຶກສາ, ວິທະຍາສາດ ແລະ ບັນດາການເຄື່ອນໄຫວໜູນຊ່ວຍຫວຽດນາມເຕີບໂຕຂຽວ, ຫຼຸດຜ່ອນ CO2 , ຕ້ານການປ່ຽນແປງຂອງດິນຟ້າອາກາດ.