(vovworld) - ພາຍຫຼັງທີ່ບັນລຸໄດ້ຂໍ້ຕົກລົງ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຢູ່ອັດແລນຕາ ອາເມລິກາເປັນເວລາໜື່ງເດືອນ, ວັນທີ 5/11 ຫວຽດນາມພ້ອມກັບ 11 ປະເທດສະມາຊິກປະກາດເອກະສານສັນຍາການຄ້າເສລີ (TPP). ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມໃຫ້ຮູ້ວ່າ: ບັນດາປະເທດ TPP ໄດ້ເຫັນດີເປັນເອກະພາບມອບໃຫ້ປະເທດ ນິວຊີແລນ ປະກາດເອກະສານສັນຍາດັ່ງກ່າວ. ນອກຈາກບັນດາເນື້ອໃນຄຳໝັ້ນສັນຍາທີ່ລະບຸໃນສັນຍາແລ້ວ, ໃນວິວັດການເຈລະຈາ ບັນດາປະເທດ TPP ກໍ່ບັນລຸໄດ້ບາງຂໍ້ຕົກລົງສອງຝ່າຍ. ໂດຍບັນດາຂໍ້ຕົກລົງນີ້ ພຽງແຕ່ກ່ຽວຂ້ອງເຖິງບັນດາຝ່າຍລົງນາມ ເພາະສະນັ້ນ, ບັນດາຝ່າຍທີ່ໄດ້ຮັບການລົງນາມຈະປະກາດຕ່າງຫາກ. ຕາມກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມແລ້ວ, ພາຍຫຼັງປະກາດເອກະສານສັນຍາ, ບັນດາປະເທດ TPP ຈະໃຫ້ສຳເລັດເອກະສານກວດການິຕິກຳໂດຍໄວ ເພື່ອກະກຽມໃຫ້ແກ່ການລົງນາມໃນສັນຍາ. ແຕ່ລະປະເທດ, ຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ, ຈະສະຫງວນເວລາໃດໜຶ່ງເພື່ອໃຫ້ປະຊາຊົນຄົ້ນຄວ້າສັນຍາກ່ອນການລົງນາມ, ແຕ່ 60 ຫາ 90 ວັນ. ຜ່ານເວລາດັ່ງກ່າວນີ້, ບັນດາປະເທດ TPP ຈະດຳເນີນການລົງນາມຢ່າງເປັນທາງການ. ປະຈຸບັນ ຈຸດເວລາທີ່ຈະລົງນາມໃນສັນຍາຢ່າງເປັນທາງການ ຍັງບໍ່ທັນໄດ້ກຳນົດ ຄາດວ່າຈະສຳເລັດໄວກວ່າ ງວດ I ໃນປີຈະມາເຖິງ. ພາຍຫຼັງການລົງນາມຢ່າງເປັນທາງການ, ບັນດາປະເທດຈະດຳເນີນບັນດາເອກະສານໃຫ້ສັດຕະຍາບັນສັນຍາຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.