ຫວຽດນາມປະຕິບັດ ອາຍຸການເປັນສະມາ ຊິກສະພາປະຕິບັດ UNESCO ສຳເລັດ

 ຫວຽດນາມປະຕິບັດ ອາຍຸການເປັນສະມາ ຊິກສະພາປະຕິບັດ UNESCO ສຳເລັດ - ảnh 1
(ພາບປະກອບ: iran-un.org)

 (vovworld)-​​​​ ​ “UNESCO ຕີ​ລາຄາ​ສູ​ງ ​ແລະ ຂອບ​ອົກ​ຂອບ​ໃຈ​ຫວຽດນາມ ທີ່​​ໄດ້​ປະຕິບັດອາຍຸ​ການ​ເປັນ​ສະມາຊິກ​ສະພາ​ປະຕິບັດ UNESCO ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ທີ່​ສຸດ“. ທ່ານຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ, ປະທານ​ຄະນະ​ກຳມະການ UNESCO ​ແຫ່ງ​ຊາດ​ຫວຽດນາມ ​ໄດ້ຢືນຢັນ​ຄື​ດັ່ງກ່າວຢູ່​ນອກ​ກອງ​ປະຊຸມ​ສະມັດຊາ​ໃຫ່ຍຄັ້ງທີ 37 UNESCO ຊື່​ງພວມ​ດຳ​ເນີນ​ໄປ​ຢູ່​ປາຣີ ປະ​ເທດ​ຝະລັ່ງ. ທ່ານ​ຮອງ​​ລັດຖະມົນຕີຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ​ເພື່ອນ​ມິດສາ​ກົນ, ​ບັນດາ​ປະ​ເທດສະມາຊິກ UNESCO ​ໄດ້​ຕີ​ລາຄາ​ສູງ​ນ້ຳ​ໃຈ​ຮັບຜິດຊອບ, ການ​ຮ່ວມ​ມື​ຂອງ​ຫວຽດນາມ. ກ່ຽວ​ກັບ​ບັນດາ​ແຜນການ​ຂອງ​ຫວຽດນາມ ​ເຂົ້າຮ່ວມ UNESCO ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​​ລັດຖະມົນຕີຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ:

   “​ໃນ​ກອງ​ປະຊຸມ​ຄັ້ງທີ 37 ນີ້, ຫວຽດນາມ ຈະ​ອອກ​ສະໝັກ​ເຂົ້າສະພາ​ມໍລະດົກ, ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ລະອຽດ, ມີ​ປະສິດທິ​ຜົນ, ຕັ້ງໜ້າ ​ແລະ ມີ​ຄຸນ​ນະພາ​ບຢູ່​ສະພາ​ປະຕິບັດ​ອາຍຸ​ການຜ່ານ​ມາ, ນຳ​ມາ​ເຊິ່ງບັນດາ​ບົດຮຽນ​ທີ່​ມີຄ່າ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ UNESCO. ຫວຽດນາມ ​ຕ້ອງ​ເປັນ​ເຈົ້າການ, ສະຫມັກ​ໃຈສົມທົບ​ກັບ​ສະມາຊິກ​ອື່ນໆ​ສະ​ເໜີ​ບັນດາ​ບັນຫາ​ທີ່​ຫວຽດນາມ ສາມາດ​ໜູນ​ຊ່ວຍ UNESCO ​ໄດ້. ບັນດາ​ຄຳ​ເຫັນ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ສະມາຊິກ​ສະພາ​ປະຕິບັດ“.


ຂ່າວ/ບົດ​ອື່ນ