ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
(ພາບປະກອບ)
(vovworld) - ເນື່ອງໃນໂອກາດປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຢ່າງເປັນທາງການ, ວັນທີ 31/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ມີບົດປາໄສສຳຄັນ, ຢືນຢັນວິວັດທະນາການຮ່ວມມືສຳເລັດຜົນບົນຈິດໃຈສາມັກຄີ, ຫຼັກການເຫັນດີເຫັນພ້ອມ, ເປັນເອກະພາບຂອງອາຊຽນໃນເກືອບ 5 ທົດສະວັດທີ່ຜ່ານມາ. ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນວ່າ, ນັບແຕ່ກາຍເປັນສະມາຊິກຂອງອາຊຽນ, 20 ປີຜ່ານມາ, ຍາມໃດ ຫວຽດນາມກໍ່ຕັ້ງໜ້າເຂົ້າຮ່ວມການສ້າງຕັ້ງ ແລະ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງອາຊຽນ. ເຂົ້າເປັນສະມາຊິກອາຊຽນແມ່ນຂໍ້ຕົກລົງຍຸດທະສາດ, ເປັນຂີດໝາຍສຳຄັນທຳອິດໃນການຜັນຂະຫຍາຍແຜນນະໂຍບາຍຫັນການພົວພັນກັບຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ການປະຕິບັດວິວັດການເຊື່ອມໂຍງຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ:
“ໃນໄລຍະຈະມາເຖິງ, ເພື່ອເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ, ດ້ວຍບົດບາດທີ່ຕັ້ງໃຫຍ່ກວ່າໃຫ້ສຳເລັດຜົນ, ຫວຽດນາມຕ້ອງເສີມຂະຫຍາຍກຳລັງພາຍໃນ ແລະ ຫົວຄິດປະດິດສ້າງຢ່າງແຮງ; ພ້ອມກັນຜ່ານຜ່ານຄວາມຫຍຸ້ງຍາກ, ການທ້າທາຍທຸກຢ່າງ; ສະແຫວງຫາກາລະໂອກາດທີ່ສະດວກເພື່ອພັດທະນາຢ່າງໄວ ແລະ ໝັ້ນຄົງ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ. ຫວຽດນາມຈະປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງ ແລະ ຮ່ວມມືພ້ອມກັບບັນດາປະເທດພາຄີຢ່າງເຂັ້ມງວດ, ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຢ່າງມີໄຊ“.