ຫວຽດນາມປະຕິບັດຄຳໝັ້ນໝາຍ WTO ແລະ ພະຍາຍາມປົວແປງສະພາບແວດລ້ອມທຸລະກິດ

ຫວຽດນາມປະຕິບັດຄຳໝັ້ນໝາຍ WTO ແລະ ພະຍາຍາມປົວແປງສະພາບແວດລ້ອມທຸລະກິດ - ảnh 1

(Vovworld-) ຫວຽດນາມ​ປະຕິບັດ​ທຸກໆ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ​ເມື່ອ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ WTO ​ແລະ ພວມ​ມານະ​ພະຍາຍາມ​ປົວ​ແປງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ​ການ​ຄ້າ​ເຈີ​ນກວກ​ແຄ໋ງ ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ທີ່​ເຂົ້າຮ່ວມກອງ​ປະຊຸມ​ກວດກາ​ນະ​ໂຍບາຍ​ການ​ຄ້າ TPR ​ຄັ້ງ​ທຳ​ອິດ​ຢູ່​ຫວຽດນາມ​ໃນ WTO ຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 19/9 ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ​ການ​ຄ້າ​ເຈີ​ນກວກ​ແຄ໋ງ ​ເນັ້ນ​ໜັກ​ວ່າ ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ຫຍຸ້ງຍາກ​ຍ້ອນ​ວິ​ກິດ​ການ​ການ​ເງິນ​ເສດຖະກິດທົ່ວ​ໂລກກໍ​ຕາມ​, ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຍັງ​ຄົງ​ແຂງ​ແຮງ ​ແລະ ຍິ່ງ​ກວ່າ​ເວລາ​ໃດ​ໝົດ ຫວຽດນາມ​ຫວັງ​ວ່າ ກອງ​ປະຊຸມ​ລັດຖະມົນຕີ WTO ຄັ້ງ​ທີ່ 9 ຢູ່​ບາ​ລີ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ເດືອນ 12 ທີ່​ຈະ​ເຖິງ ຈະ​ປະສົບ​ຜົນສຳ​​ເລັດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ​ການ​ຄ້າ​ເຈີ​ນກວກ​ແຄ໋ງ ​ເນັ້ນ​ວ່າ ລັດຖະບານ​ຫວຽດນາມ​ກຳ​ນົດ​ເລື່ອງ ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ WTO ນັ້ນ, ບໍ່​ແມ່ນ​ການ​ສິ້ນ​ສຸດ​ວິວັດ​ການ, ຫາກ​ຍັງ​ແມ່ນ​ພື້ນຖານ​ໃໝ່​ແນ​ໃສ່​ສືບ​ຕໍ່​ປະຕິ​ຮູບ​ຢູ່​ພາຍ​ໃນ​ປະ​ເທດ. ຫຼາຍ​ປະ​ເທດ​ອາຊີ ​ແລະ ​ເອີ​ລົບ ​ໄດ້​ຮັບ​ຮູ້​ພື້ນຖານ​ເສດຖະກິດ​ຕະຫຼາດ​ເຕັມ​ສ່ວນຂອງ​ຫວຽດນາມ ສອດຄ່ອງ​ກັບ​ບັນດາ​ຂໍ້​ກຳນົດ​ຂອງອົງການ​ການ​ຄ້າ​ໂລກ WTO . 

ຂ່າວ/ບົດ​ອື່ນ