ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືມິດຕະພາບຮອບດ້ານກັບມຽນມາ

 ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືມິດຕະພາບຮອບດ້ານກັບມຽນມາ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ພົບ​ປະ​ກັບ ທ່ານ  Thura U Shwe Mann ​ປະ​ທານ​ສະ​ພາ​ແຫ່ງ​ຊາດມຽນ​ມາ
ພາບ:TTXVN

(vovworld)- ​ ​ວັນ​ທີ 18/3, ຢູ່​ນະ​ຄອນ​ຫລວງ  Naypyitaw ຂອງ ມຽນ​ມາ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ພົບ​ປະ​ກັບທ່ານ  Thura U Shwe Mann ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ທັງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ມຽນ​ມາ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ແຈ້ງ​ໃຫ້​ທ່ານ​ Thura U Shwe Mann ​ຊາບ ກ່ຽວ​ກັບ​ຜົນ​ງານ​ພັດ​ທະ​ນາ​ໃນ​ຫລາຍ​ດ້ານ​ຂອງ​ຫວຽດ​ນາມ ແລະ ຢືນ​ຢັນ: ຍາມ​ໃດ​ຫວຽດ​ນາມ ກໍ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ ມຽນ​ມາ ແລະ ​ພ້ອມ​ແລ້ວ​ທີ່​ຈະແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່ ແລ​ະ ເຊື່ອມ​ໂຍງ, ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ.  ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ສາ​ມັກ​ຄີ ແລະ ພັດ​ທະ​ນາ​ມຽນ​ມາ​ກຳ​ອຳ​ນາດ (USDP) ໄດ້​ມີ​ການ​ພົວ​ພັນ​ນຳ​ກັນ​ພາຍ​ຫລັງ USDP ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2010 ແລະ ປະ​ຈຸ​ບັນ ການ​ພ​ົວ​ພັນ​ ​ອັ​ນ​ດີ​ງາມສອງ​ຝ່າຍ ແມ່ນ​ພື້ນ​ຖານ​ດ້ານ​ການ​ເມືອງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ພັກ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ຮູບ​ການ​ຮ່ວມ​ມື​ຜ່ານ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ແບ່ງ​ປັນ​ບົດ​ຮຽນ​​ໃນການ​ຄຸ້ມ​ຄອງ​ປະ​ເທດ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ. ທ່ານ​ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຕ້ອນ​ຮັບ​ທ່ານ​ປະ​ທານ Thura U Shwe Mann ຢູ່​ຫວຽດ​ນາມໃນ​ຂອບ​ເຂດກອງ​ປະ​ຊຸມ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ຄັ້ງ​ທີ 132 (IPU 132).

 

 

ຂ່າວ/ບົດ​ອື່ນ