ຫວຽດນາມປາດຖະໜາຢາກຮໍ່າຮຽນເອົາບົດຮຽນກ່ຽວກັບການກໍ່ສ້າງຕົວເມືອງທັນສະໄໝ
ຫວຽດນາມປາດຖະໜາຢາກຮໍ່າຮຽນເອົາບົດຮຽນ
ກ່ຽວກັບການກໍ່ສ້າງຕົວເມືອງທັນສະໄໝ
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 28/08, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ “ເຂດຕົວເມືອງທັນສະໄໝ: ພຶດຕິກຳຕົວຈິງ ແລະ ບົດຮຽນສາກົນແງ່ຫວັງຢູ່ຫວຽດນາມ”. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖືວ່າ. ຫວຽດນາມ ມີ 774 ເຂດຕົວເມືອງໃຫຍ່, ນ້ອຍ. ເຂດຕົວເມືອງກວມເອົາປະມານ 33% ຈຳນວນພົນລະເມືອງ, ປະກອບ GDP ປະມານ 60% ໃນທົ່ວປະເທດ. ການຄຸ້ມຄອງເຂດຕົວເມືອງແມ່ນຄຸ້ມຄອງກຳລັງພັດທະນາເສດຖະກິດຂອງປະເທດຊາດ. ແຕ່ວ່າ, ການພັດທະນາຂອງຕົວເມືອງພວມວາງອອກບັນດາສິ່ງທ້າທາຍຄືປະຈຸບັນ.
“ການຄຸ້ມຄອງເຂດຕົວເມືອງ ນັບມື້ນັບໄດ້ຮັບຄວາມສົນໃຈຈາກບັນດາປະເທດໃນໂລກ. ເພື່ອສາມາດໝູນໃຊ້ກາລະໂອກາດພັດທະນາຢ່າງໃຫຍ່ຫຼວງທີ່ເຂດຕົວເມືອງນຳມາໃຫ້ ລັດຕ້ອງຄຸ້ມຄອງເຂດຕົວເມືອງຕາມຮູບແບບທັນສະໄໝ.”
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນທີ່ມາຈາກຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ ແລະ ອາເມລິກາ ໄດ້ໃຫ້ຂໍ້ມູນກ່ຽວກັບບົດຮຽນກໍ່ສ້າງເຂດຕົວເມືອງທັນສະໄໝ ແລະ ການແນະນຳກ່ຽວກັບບັນດາບັນຫາທີ່ຕ້ອງສົນໃຈ ກ່ຽວຂ້ອງເຖິງການກໍ່ສ້າງເຂດຕົວເມືອງທັນສະໄໝຢູ່ຫວຽດນາມ.