ຫວຽດນາມປາດຖະໜາຢາກໃຫ້UNCTADສືບຕໍ່ການໜູນຊ່ວຍໃນວິວັດການເຊື່ອມໂຍງແລະພັດທະນາ
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ
ຕ້ອນຮັບທ່ານ Mukhisa Kituyi
(ພາບ: TTXVN)
(vovworld) – “ຫວຽດນາມ ປາດຖະໜາຢາກໃຫ້ UNCTAD ສືບຕໍ່ການໜູນຊ່ວຍໃນວິວັດການເຊື່ອມໂຍງ ແລະ ພັດທະນາ” ນັ້ນແມ່ນຄຳເຫັນຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ໃນການຕ້ອນຮັບທ່ານ Mukhisa Kituyi ເລຂາທິການໃຫຍ່ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາສາກົນ “ແງ່ຫວັງການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດຕາເວັນອອກກາງ - ອາຟຣິກກາ” ໂດຍກະຊວງການຕ່າງປະເທດຈັດຕັ້ງ ຢູ່ຮ່າໂນ້ຍ ໃນວັນທີ 20/10. ທ່ານ ຟ້າມບິ່ງມິງ ຕີລາຄາສູງເລື່ອງກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ພັດທະນາສືບຕໍ່ສະຫງວນການໜູນຊ່ວຍດ້ານເຕັກນິກໃຫ້ ຫວຽດນາມ ໃນຂົງເຂດການຄ້າ ແລະ ການລົງທຶນຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ກໍປາດຖະໜາຢາກໃຫ້ UNCTAD ສືບຕໍ່ເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດພວມພັດທະນາອື່ນໆ, ໃນນັ້ນມີບັນດາປະເທດ ອາຟຣິກກາ ໂດຍຜ່ານຮູບແບບຮ່ວມມື 3 ຝ່າຍ (2+1). ທ່ານຮອງນາຍົກລັດຖະມົນຕີ ສະເໜີທ່ານ Mukhisa Kituyi ຊຸກຍູ້ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ພັດທະນາໜູນຊ່ວຍການຮ່ວມມືໃຕ້ - ໃຕ້ (ການຮ່ວມມື ອາຟຣິກກາ - ອາເມລິກາໃຕ້) , ສົ່ງເສີມວິສາຫະກິດຂອງບັນດາປະເທດພວມພັດທະນາ ໃນນັ້ນມີ ຫວຽດນາມ ສຳພັດຕະຫລາດ ແລະ ເປີດກ້ວາງດຳເນີນທຸລະກິດຢູ່ ອາຟຣິກກາ.
ສ່ວນທ່ານ Mukhisa Kituyi ກໍສະແດງ ຄວາມພ້ອມໃຫ້ການໜູນຊ່ວຍ ຫວຽດນາມ ເພີ່ມທະວີການຮ່ວມມືການຄ້າ ແລະ ການລົງທຶນ, ເຊື່ອມຕໍ່ກັບບັນດາປະເທດພວມພັດທະນາຢູ່ ອາຟຣິກກາ, ພິເສດແມ່ນການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ກະສິກຳ. ທ່ານ Kituyi ໃຫ້ຄຳໝັ້ນສັນຍາກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາຈະຊຸກຍູ້ການພົວພັນ ຫວຽດນາມ - ອາຟຣິກກາ ໃນຂອບເຂດການຮ່ວມມື ໃຕ້ - ໃຕ້.