ຫວຽດນາມປາຖະໜາວ່າການພົວພັນຮ່ວມມືຍຸດທະສາດກັບຟລັ່ງກ່າວເຂົ້າສູ່ລວງເລິກ
ທ່ານ ຫງວຽນຊວນຟູ໋ກ ຮອງນາຍົກລັດຖະມົນຕີ ຕ້ອນຮັບ
ທ່ານ Claude Bartolone ປະທານສະພາແຫ່ງຊາດຝລັ່ງ
(ພາບ: VGP/LeSon)
(vovworld) - ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ກ່າວຄວາມເຫັນທີ່ການຕ້ອນຮັບ ທ່ານ Claude Bartolone ປະທານສະພາແຫ່ງຊາດ ສາທາລະນະລັດຝລັ່ງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ, ທ່ານ ຫງວຽນຊວນຟູ໋ກ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ການພົວພັນອັນດີງາມລະຫວ່າງຫວຽດນາມ - ຟລັ່ງໃນໄລຍະຜ່ານມາ, ແລະຫວັງ ວ່າສອງປະເທດ ຈະເພີ່ມທະວີການຮ່ວມມື ໃນຫລາຍຂົງເຂດ, ຊຸກຍູ້ການພົວພັນຮ່ວມມືຍຸດທະສາດກ່າວເຊົ້າສູ່ລວງເລິກ. ທ່ານ ຫງວຽນຊວນຟູ໋ກ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດທະບານຫວຽດນາມ ພ້ອບແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ສອງປະເທດສຳຜັດກັບຕະຫລາດຂອງກັນ, ພ້ອມທັງ ສ້າງເງື່ອນໄຂ ເພື່ອ ໃຫ້ວິສາຫະກິດ ຝລັ່ງລົງທືນເຂົ້າຫວຽດນາມ ໃນທຸກຂົງເຂດ ເຊິ່ງທັງສອງປະເທດມີທ່າແຮ່ງ. ທ່ານຮອງນາຍົກລັດຖະມົນຕີ ກໍ່ ຫວັງວ່າ ຝລັ່ງສືບຕໍ່ ສະໜອງແຫຼ່ງທຶນ ODA ໃຫ້ແກ່ ຫວຽດນາມ