ຫວຽດນາມພ້ອມກັບໂລກຕອບສະຫນອງການເຄື່ອນໄຫວມອບໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ
ຮ່າໂນ້ຍຈັດການເຄື່ອນໄຫວມອດໄຟຫນຶ່ງຊົ່ວໂມງ
ເພື່ອຫນ່ວຍໂລກ 2017”
ພາບ:vnexpress.net
|
(vovworld)- ເພື່ອຕອບສະຫນອງການເຄື່ອນໄຫວ “ມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ 2017”, ແນໃສ່ຮຽກຮ້ອງການກະທຳດ່ວນຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ບັນດານະຄອນໃນທົ່ວໂລກ ພ້ອມກັນມອດໄຟໃນເວລາ 20 ໂມງ 30 ນາທີຂອງວັນທີ 25/3. ຄາດວ່າ ມີ 7000 ນະຄອນ ຂຶ້ນກັບ 172 ປະເທດ ແລະ ເຂດແຄ້ວນໄດ້ມອດໄຟ. ນີ້ແມ່ນເຫດການສັງຄົມມີຂອບຂະຫນາດໃຫຍ່ສຸດ ແລະ ມີຜູ້ເຂົ້າຮ່ວມຫລາຍສຸດຢູ່ໃນໂລກ. ນີ້ແມ່ນຂໍ້ລິເລີ່ມຂອງ ກອງທຶນສາກົນກ່ຽວກັບການປົກປັກຮັກສາທຳມະຊາດ ແລະ ເຫດການເພື່ອສິ່ງແວດລ້ອມນີ້ໄດ້ຮັບການຈັດຕັ້ງຂຶ້ນເປັນຄັ້ງທຳອິດຢູ່ Sydney ປະເທດ ອົດສະຕາລີ ໃນປີ 2007. ພ້ອມກັບຫລາຍປະເທດ ແລະ ເຂດແຄ້ວນໃນໂລກ, ນະຄອນ ຮ່າໂນ້ຍ ແລະ ຫລາຍແຂວງ, ນະຄອນໃນທົ່ວປະເທດໄດ້ພ້ອມກັນມອດໄຟນັບແຕ່ເວລາ 20 ໂມງ 30 ນາທີ ຮອດ 21 ໂມງ ໃນວັນທີ 25/3 ດ້ວຍສານທີ່ວ່າ “ມອດໄຟເພື່ອອະນາຄົດ”. ກ່າວຄຳເຫັນທີ່ເຫດການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກປີ 2017 ຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານ ເຈີນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ເນັ້ນຫນັກວ່າ:
“ເຫດການນີ້ໄດ້ຮັບການຕອບສະຫນອງຢ່າງເລິກເຊິ່ງກວ້າງຂວາງໃນທົ່ວໂລກ. ສຳລັບຫວຽດນາມ ເຫດການນີ້ແມ່ນເລີ່ມຕົ້ນແຕ່ປີ 2009, ເບື້ອງຕົ້ນມີພຽງ 6 ແຂວງ, ນະຄອນເຂົ້າຮ່ວມ ແຕ່ມາຮອດປະຈຸບັນ ໄດ້ມີເຖິງ 63 ແຂວງ, ນະຄອນ ໂດຍມີການເຂົ້າຮ່ວມຂອງບັນດາວິສາຫະກິດ, ປະຊາຊົນ ແລະ ເພື່ອນຫນຸ່ມເປັນຈຳນວນຫລວງຫລາຍ. ເຫດການນີ້ມີຄວາມໝາຍວ່າ ດ້ວຍການກະທຳນ້ອຍແຕ່ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະ ການແບ່ງປັນຂອງປະຊາຄົມຕໍ່ເຫດການລວມຂອງໂລກໃນການນຳໃຊ້ພະລັງງານຢ່າງມີປະສິດທິຜົນ.”