ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ, ​ປັນ​ຍາ​ຊົນເຊື້ອ​ສາຍ ຫ​ວ​ຽດ​ນາມ ຢູ່ ຮຸງ​ກາ​ຣີ

(VOVWORLD) -ເປົ້າໝາຍຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນໃຫ້ກາຍເປັນປະເທດເຂັ້ມແຂງແຮງກ້າ, ໃນນັ້ນມີບົດບາດຫຼັກແຫຼ່ງຂອງຂົງເຂດເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ.
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ, ​ປັນ​ຍາ​ຊົນເຊື້ອ​ສາຍ ຫ​ວ​ຽດ​ນາມ ຢູ່ ຮຸງ​ກາ​ຣີ - ảnh 1ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ເຂົ້າຮ່ວມງານວາງສະແດງ ໂທລະຄົມມະນາຄົມໂລກ (ITU 2019) (ພາບ: TTXVN)

 ຫວຽດນາມພ້ອມແລ້ວທີ່ຈະຕ້ອນຮັບວິສາຫະກິດ, ປັນຍາຊົນເຊື້ອສາຍ ຫວຽດນາມ ຢູ່ ຮຸງກາຣີ ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃນການພົບປະກັບສະມາຄົມວິສາຫະກິດ ແລະ ບັນດາ ປັນຍາຊົນຊາວ ຫວຽດນາມຢູ່ຮຸງກາຣີ ໃນຕອນຄ່ຳວັນທີ 10 ກັນຍາ, ຢູ່ນະຄອນຫຼວງ Budapest ເນື່ອງໃນໂອກາດເຂົ້າຮ່ວມງານວາງສະແດງໂທລະຄົມມະນາຄົມໂລກ (ITU 2019). ທີ່ການພົບປະກັບວິສາຫະກິດຫຼາຍຮ້ອຍແຫ່ງ ແລະ ປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຮຸງກາຣີ, ທ່ານ ຫງວຽນແມ້ງຮຸ່ງ ໄດ້ຫວນຄືນບັນດາຜົນງານກ່ຽວກັບເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ ຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້, ພ້ອມທັງໃຫ້ຮູ້ວ່າ ເປົ້າໝາຍຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນໃຫ້ກາຍເປັນປະເທດເຂັ້ມແຂງແຮງກ້າ, ໃນນັ້ນມີບົດບາດຫຼັກແຫຼ່ງຂອງຂົງເຂດເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນຕ້ອງມີການປະກອບສ່ວນຂອງໝົດທຸກຄົນ ທີ່ຢູ່ພາຍໃນປະເທດ ແລະ ກວ່າ 5 ລ້ານຄົນທີ່ຢູ່ຕ່າງປະເທດ.

        ເນື່ອງໃນໂອກາດນີ້, ທ່ານ ຫງວຽນແມ້ງຮຸ່ງ ກໍ່ຕອບບາງຄຳຖາມ, ຂໍ້ຂ້ອງໃຈຂອງບັນດາວິສາຫະກິດປັນຍາຊົນຢູ່ ຮຸງກາຣີ ທີ່ກ່ຽວຂ້ອງເຖິງຂົງເຂດເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ, ພິເສດແມ່ນບັນຫາບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ເຮັດວຽກງານກ່ຽວກັບເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ