ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນ

ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ
ກ່າວຄຳເຫັນທີ່ກອງປະຊຸມ

(vovworld) –​​ ​ ຕອນ​ບ່າຍ​ວັນ​ທີ 31/05, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ແລະ ຄະນະ​ຜູ້​ແທນລັດຖະບານ ຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມຢາມ ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອະນາຄົດ​ອາຊີ​ຄັ້ງ​ທີ 22 ຢ່າງ​ຈົບງາມ.

        ກ່ອນ​ໜ້າ​ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ, ​ໂຄງ​ລ່າງ, ທີ່​ດິນ ​ແລະ ທ່ອງ​ທ່ຽວ ຍີ່ປຸ່ນ (MLIT) Keichi Ishi ​ແລະ ບາງ​ກຸ່ມ​ບໍລິສັດ​ແຖວ​ໜ້າ ຍີ່ປຸ່ນ, ທີ່​ການ​ຕ້ອນຮັບທ່ານ​ລັດຖະມົນຕີ Keichi Ishi, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​​ສະ​ເໜີ​ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່​ສາງ ​ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ​ດ້ວຍຂອບ​ຂະໜາດ​ໃຫຍ່, ​ເປັນ​ຈຸດ​ສຸມ​ຂອງ​ຊາດ​ໃຫ້​ສົມ​ບູນ​ແບບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​​​ແລະ ທ່ານລັດຖະມົນຕີ Keichi Ishi ຖື​ວ່າ: 2 ຝ່າຍ​ຄວນ​ຊຸກຍູ້ ບັນດາຂໍ້​ຕົກລົງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ກໍ່ສ້າງ; ພັດທະນາ​ຕົວ​ເມືອງ​ຊີວະ​ພາບ; ຍູ້​ແຮງ​ການ​ຮ່ວມ​ມື​ພົບ​ປະ​ແລ​ກປ່ຽນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ການພົບ​ປະ​ແລກປ່ຽນ​ປະຊາຊົນຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​ໄດ້​ພົບ​ປະ​ ແລະ ແລກປ່ຽນກັບ​ການ​ນຳ​ກຸ່ມ​ບໍລິສັດ​ເສດຖະກິດ​ແຖວ​ໜ້າ​ຂອງ ຍີ່ປຸ່ນ ຫລາຍ​ແຫ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ  ຈິ້ງ​ດີງຢຸງ ຢັ້ງຢືນ​ວ່າ: ຍີ່ປຸ່ນ ​ແມ່ນຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ ແລະ ຍາວ​ນານ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ