ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມີງ
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟິລິບປິນ Albert Del Rosario, ວັນທີ 29/1, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມີງ ຢ້ຽມຢາມ ຟີລິບປິນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ຄະນະກຳມທິການວຽກງານລວມກ່ຽວກັບຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ. ການຢ້ຽມຢາມ ແລະ ເຮັດວຽກຢູ່ ຟີລິບປິນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມີງ ແມ່ນໂອກາດເພື່ອໃຫ້ 2 ຝ່າຍຊຸກຍູ້, ປັບປຸງການພົວພັນຮ່ວມມື 2 ຝ່າຍ, ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການຢ້ຽມຢາມແກ່ຍາວຮອດວັນທີ 31/1.