ຫວຽດ​ນາມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຢ່າງ​ໃຫຍ່ຫຼວງ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ

(VOVWORLD) -ທ່ານ Gupta ໃຫ້ຮູ້ວ່າ HCL ພວມຊຸກຍູ້ແຜນການລົງທຶນໃຫຍ່ທີ່ມີມູນຄ່ານັບຮ້ອຍລ້ານ USD ເຂົ້າຫວຽດນາມ, ພິເສດແມ່ນໃນຂົງເຂດຊອບແວ ແລະ ການບໍລິການ. ກຸ່ມບໍລິສັດພວມມຸ່ງໄປສູ່ເປົ້າໝາຍສ້າງສູນໃຈກາງຢູ່ຫວຽດນາມ  ແລະ ນັ້ນຈະແມ່ນໜຶ່ງໃນບັນດາສູນໃຫຍ່ທີ່ສຸດຂອງ HCL ຢູ່ອາຊີຕາເວັນອອກສ່ຽງໃຕ້. 
ຫວຽດ​ນາມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຢ່າງ​ໃຫຍ່ຫຼວງ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ - ảnh 1ທ່ານ Sanjay Gupta ຮອງປະທານຜູ້ຮັບຜິດຊອບການດຳເນີນທຸລະກິດຂອງກຸ່ມບໍລິສັດ HCL Technologies ອິນເດຍ (ພາບ: TTXVN) 

ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ. ນີ້ແມ່ນຂໍ້ສັງເກດຂອງທ່ານ Sanjay Gupta ຮອງປະທານຜູ້ຮັບຜິດຊອບການດຳເນີນທຸລະກິດຂອງກຸ່ມບໍລິສັດ HCL Technologies ອິນເດຍ ຢູ່ກອງປະຊຸມສຳມະນາທາງອອນລາຍທີ່ມີຫົວຂໍ້ວ່າ “ບັນດານະໂຍບາຍເສດຖະກິດມະຫາພາກຫຼັກແຫຼ່ງຂອງລັດຖະບານ ຫວຽດນາມ ໃນການຮັບມືກັບໂລກລະບາດ ແລະ ບາງຂະແໜງທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ນັກລົງທຶນໄລຍະຍາວ”, ໂດຍສະຖານທູດຫວຽດນາມ ປະຈຳ ອິນເດຍ ຈັດຕັ້ງໃນວັນທີ 7 ສິງຫາ. ກອງປະຊຸມມີການເຂົ້າຮ່ວມຂອງວິສາຫະກິດ ປະມານ 100 ແຫ່ງ, ນັກລົງທຶນ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມີອິດທິພົນຊື່ສຽງຂອງ ຫວຽດນາມ ແລະ ອິນເດຍ. ທ່ານ Gupta ໃຫ້ຮູ້ວ່າ HCL ພວມຊຸກຍູ້ແຜນການລົງທຶນໃຫຍ່ທີ່ມີມູນຄ່ານັບຮ້ອຍລ້ານ USD ເຂົ້າຫວຽດນາມ, ພິເສດແມ່ນໃນຂົງເຂດຊອບແວ ແລະ ການບໍລິການ. ກຸ່ມບໍລິສັດພວມມຸ່ງໄປສູ່ເປົ້າໝາຍສ້າງສູນໃຈກາງຢູ່ຫວຽດນາມ  ແລະ ນັ້ນຈະແມ່ນໜຶ່ງໃນບັນດາສູນໃຫຍ່ທີ່ສຸດຂອງ HCL ຢູ່ອາຊີຕາເວັນອອກສ່ຽງໃຕ້. ປັດຈຸບັນ, HCL ແມ່ນບໍລິສັດ ເຕັກໂນໂລຢີຂໍ້ມູນຂ່າວສານໃຫຍ່ທີ 3 ຂອງອິນເດຍ ດ້ວຍພະນັກງານ 150.000 ຄົນ ເຮັດວຽກຢູ່ 47 ປະເທດໃນທົ່ວໂລກ. ລາຍຮັບຂອງກຸ່ມບໍລິສັດໃນປີກາຍນີ້ບັນລຸໄດ້ 10 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ