ຫວຽດນາມມຸ່ງໄປສູ່ການຊຸກຍູ້ການພັດທະນາລະບົບມູນຄ່າກະສີກຳຮອບດ້ານ ແລະ ຍືນຍົງ
(ພາບປະກອບ)
|
(vovworld)-ຫວຽດນາມມຸ່ງໄປສູ່ການຊຸກຍູ້ການພັດທະນາລະບົບມູນຄ່າກະສີກຳຮອບດ້ານ ແລະ ຍືນຍົງ, ຮ່ວມສຳພັນກັບລະບົບມູນຄ່າທົ່ວໂລກ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນັ້ນແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວນເກືອງ. ທ່ານໃຫ້ຮູ້ວ່າ : ແຕ່ຫຼາຍປີມານີ້, ຫວຽດນາມໄດ້ຮ່ວມມືຢ່າງແໜ້ນແຟ້ນກັບເວທີປາໄສເສດຖະກິດໂລກໃນຫຼາຍຂົງເຂດ, ໃນນັ້ນມີຂໍ້ລິເລີ່ມ : “ ວິໄສທັດໃໝ່ໃນກະສີກຳ ”. ຫວຽດນາມໄດ້ເລີ່ມເຂົ້າ ຮ່ວມຂໍ້ລິເລີ່ມນີ້ນັບແຕ່ປີ 2010 ໂດຍຜ່ານການເຊື່ອມຈອດການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງຄື: ລັດ, ວິສາຫະກິດ ປລະ ຊາວກະສີກອນ, ພິເສດແມ່ນຜ່ານຮູບແບບຄູ່ຮ່ວມມືພາກລັດ-ເອກະຊົນ TPP. ກ່ຽວກັບແຜນການຮ່ວມມືລະຫວ່າງ ກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ກັບ ເວທີປາໄສເສດຖະກິດໂລກໃນໄລຍະທີ່ຈະເຖິງ, ທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວນເກືອງໃຫ້ຮູ້ວ່າ ຫວຽດນາມມຸ່ງໄປສູ່ການຊຸກຍູ້ການພັດທະນາລະບົບມູນຄ່າກະສີກຳຮອບດ້ານ ແລະ ຍືນຍົງ, ຮ່ວມສຳພັນກັບລະບົບມູນຄ່າທົ່ວໂລກ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ