ຫວຽດນາມມອບສິດໃຫ້ແກ່ແມ່ຍິງແລະຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງບໍ່ຢຸດຢັ້ງ

ຫວຽດນາມມອບສິດໃຫ້ແກ່ແມ່ຍິງແລະຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງບໍ່ຢຸດຢັ້ງ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 59 ຂອງ​ຄະ​ນະ​ກຳ​ມະ​ການ​ທີ່​ຕັ້ງ​ບົດ​ບາດ​ແມ່​ຍິງ ສ​ປ​ຊ (CSW 59)
(ພາບ: Lê Dương/TTXVN)

(vovworld) - ວັນ​ທີ 9/3, ວາ​ລະ​ປະ​ຊຸມ​ຄັ້ງ​ທີ 59 ຂອງ​ຄະ​ນະ​ກຳ​ມະ​ການ​ທີ່​ຕັ້ງ​ບົດ​ບາດ​ແມ່​ຍິງ ສ​ປ​ຊ (CSW 59) ດຳ​ເນີນ​ໄປ​ຢ່າງ​ເປັນ​ທາງ​ການ​ຢູ່​ສຳ​ນັກ​ງານ ສ​ປ​ຊ ທີ່​ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄັ້ງນີ້​ມີ​ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ.

        ທີ່​ວາ​ລະ​ປະ​ຊຸມ​ຂັ້ນ​ສູງ CSW 59 ໃນ​ຕອນ​ບ່າຍ​ວັນ​ທີ 9/3, ທ່ານ​ນາງ​ລັດ​ຖະ​ມົນ​ຕີວ່າ​ການ  ຟ້າມ​ທິ​ຫາຍ​ຈ່​ວຽນ ມີ​ບົດ​ກ່າວ​ຄຳ​ເຫັນ​ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການມອບ​ສິດຜົນ​ປະ​ໂຫຍດ​ໃຫ​້​ແກ​່​ແມ່​ຍິງ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ປະ​ຕິ​ບັດ​​ການ​ມອບສິດ​​ໃຫ້ແມ​່​ຍິງ, ຮັ​ດ​ແຄບ​ຊ່ອງ​ຫວ່າງ​ເພດ ແລະ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລ​ະ​ຫວ່າງ ຍິງ - ຊາຍ​ຢ່າງບໍ່​ຢຸດຢັ້ງ. ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ແມ່​ຍິງ ຫວຽດ​ນາມ ໃນ​ທຸກໆ​ດ້ານ​ຂອງ​ຊີ​ວິດ​ເສດ​ຖະ​ກິດ, ການ​ເມືອງ ແລະ ສັງ​ຄົມ​ໄດ້​ຮັບ​ກາ​ນ​ຍົກ​ສູງ​ຂຶ້ນ. ອັດ​ຕາ​​ສ່ວນແມ່​ຍິງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ່​​ບັນ​ລຸລະ​ດັບ​ສູງ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊ​ີ​ຟິກ. ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​​ດັດ​ຊະ​ນີ​ຈັດ​ອັນ​ດັບ​ທີ່​ໜ້າ​ສົ່ງ​ເສີ​ມ​ໃນ​ການ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ​​ຂອງ ສ​ປ​ຊ, ຢື່ນ​ອັນ​ດັບ 3 ໃນ​ອາ​ຊຽນ ແລະ ຢື່ນ​ອັນ​ດັບທີ 47 ໃນ​ຈຳ​ນວນ 187 ປະ​ເທດ​ໃນ​ໂລກ. ທ່ານ​ນາງ ​ ຟ້າມ​ທິ​ຫາຍ​ຈ່​ວຽນ ໃຫ້​ຮູ້​ວ່າ: ຫວຽດ​ນາມ ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ກົດ​ໝາຍ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ, ພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ຄວາມ​ຄືບ​ໜ້າ​ທາງ​ສັງ​ຄົມ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ປະ​ກັນ​ບັນ​ດາ​ສິດ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ​ໃຫ້​ດີ​ກ່​ວາ​ອີກ.

 


ຂ່າວ/ບົດ​ອື່ນ