(ພິທີປະດັບຫຼຽນໄຊ,ຫຼຽນກາໃຫ້ການນຳ
ບາງກະຊວງ,ຂະແໜງການຂອງ ລາວ)
(vovworld) – ຕອນບ່າຍວັນທີ 10/9, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫລວງ ວຽງຈັນ, ໂດຍໄດ້ຮັບມອບໝາຍຈາກປະທານປະເທດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຫຼຽນໄຊ, ຫຼຽນກາຂອງງລັດ ສສ ຫວຽດນາມ ໃຫ້ການນຳ, ອະດີດການນບາງທ່ານຂອງກະຊວງອຸດສາຫະກຳ - ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ແຫ່ງ ສປປ ລາວ, ເຊິ່ງໄດ້ມີບັນດາຜົນງານທີ່ດີເດັ່ນພິເສດ ໃນການປັບປຸງ ແລະ ເພີ່ມທະວີສາຍພັວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ. ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ທ່ານ ຫງວຽນແມ້ງຮຸ່ງ ໄດ້ມອບຫຼຽນໄຊເອກະລາດຊັ້ນ 2 ໃຫ້ທ່ານ ນາມ ວິຍະເກດ; ຫຼຽນໄຊເອກະລາດຊັ້ນ 3 ໃຫ້ທ່ານ ສົມບຸນ ລາຊາສົມບັດ, ພ້ອມກັນ 10 ຫຼຽນໄຊ, ຫຼຽນກາມິດຕະພາບທີ່ມອບໃຫ້ບັນດາການນຳ, ອະດີດການນຳກະຊວງອຸດສາຫະກຳ - ການຄ້າ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ລາວ.
ກ່າວຄຳເຫັນທີ່ພິທີ, ທ່ານ ນາມ ວິຍະເກດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມຫລາຍກ່ວາອີກ ເພື່ອປະກອບສ່ວນເພີ່ມທະວີການຮ່ວມມື, ຮັດແໜ້ນນ້ຳໃຈມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ; ຫວຽດນາມ - ລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.