ຫວຽດນາມມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຊ່ວຍເຫຼືອຈີນ ປ້ອງກັນ, ຕ້ານເຊື້ອພະຍາດ nCoV

(VOVWORLD) -ພິທີມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ຖືກດຳເນີນໃນຕອນບ່າຍວັນທີ 09 ກຸມພາ, ຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ.

ຫວຽດນາມມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຊ່ວຍເຫຼືອຈີນ ປ້ອງກັນ, ຕ້ານເຊື້ອພະຍາດ nCoV - ảnh 1ຫວຽດນາມມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຊ່ວຍເຫຼືອຈີນ ປ້ອງກັນ, ຕ້ານເຊື້ອພະຍາດ nCoV

(ພາບ: baoquocte.vn)

ທີ່ພິທີ, ໂດຍຕາງໜ້າໃຫ້ຝ່າຍຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຈຳນວນໜຶ່ງໃຫ້ທ່ານເອກອັກຄະລັດຖະທູດຈີນ ຊຸງປົວ ລວມມີ ເຄື່ອງຊ່ວຍຫາຍໃຈ, ຊຸດປ້ອງກັນເຊື້ອພະຍາດ, ຖົງມື ແລະ ຜ້າອັດປາກ ລວມມູນຄ່າ 500.000 USD, ເຊິ່ງແມ່ນຂອງຂວັນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນຈີນ. ທ່ານຮອງລັດຖະມົນຕີ ໂຕແອັງຢຸງ ຢືນຢັນວ່າ, ຫວຽດນາມ ພວມເດັດດ່ຽວຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ປ້ອງກັນ, ຕ້ານ ແລະ ຄວບຄຸມເຊື້ອພະຍາດ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ…; ພ້ອມກັນນັ້ນກໍ່ຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງອາຊຽນ ດ້ວຍຖານະເປັນປະທານອາຊຽນ 2020, ຮຽງບ່າຮຽງໄຫຼ່ພ້ອມກັບຈີນ ແລະ ບັນດາປະເທດໃນການຕໍ່ສູ້ຕ້ານເຊື້ອພະຍາດດັ່ງກ່າວ.

          ໂດຍຕາງໜ້າໃຫ້ຝ່າຍຈີນ, ທ່ານເອກອັກຄະລັດຖະທູດຈີນ ຊຸງປົວ ໄດ້ສະແດງຄວາມຂອບໃຈອີກຄັ້ງໜຶ່ງກ່ຽວກັບເລື່ອງການນຳຫວຽດນາມ ໄດ້ສົ່ງສານຢື້ຢາມຖາມຂ່າວການນຳຈີນ, ຫວຽດນາມ ຕົກລົງໜູນຊ່ວຍບັນດາເຄື່ອງວັດຖຸ, ອຸປະກອນດ້ານການແພດດັ່ງກ່າວ ກໍຄືບັນດາຮູບແບບທີ່ເໝາະສົມ ໄດ້ມີການປ້ອງກັນ ແລະ ຊ່ວຍໃຫ້ປະຊາຊົນບັນດາແຂວງຂອງຈີນ ເພື່ອຕ້ານຄືນເຊື້ອພະຍາດ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ຈຳນວນເຄື່ອງວັດຖຸ, ອຸປະກອນດ້ານການແພດນີ້ຈະໄດ້ສົ່ງໄປຍັງນະຄອນ ອູ່ຫັ້ນ ໂດຍທັນທີ.

          ເນື່ອງໃນໂອກາດນີ້, ສະພາກາແດງຫວຽດນາມ ໄດ້ຂົນຂວາຍອົງການຈັດຕັ້ງ, ສ່ວນບຸກຄົນແຜ່ບໍລິຈາກໜູນຊ່ວຍຈີນ ຈຳນວນອຸປະກອນການແພດດ້ວຍມູນຄ່າ 100.000 USD, ອຸປະກອນການແພດສ່ວນໜຶ່ງຈະໄດ້ສົ່ງໄປຍັງນະຄອນ ອູ່ຫັ້ນ ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ