ຫວຽດນາມມານະພະຍາຍາມອະນຸລັກຮັກສາເຂດທັດສະນີຍະພາບຈ່າງອານ,ນິງບິ່ງ
ເຂດທັດສະນີຍະພາບ ຈ່າງອານ
(ພາບປະກອບ)
(vovworld) – ເຂດທັດສະນີຍະພາບ ຈ່າງອານ, ແຂວງ ນິງບີ່ງ ຫາກໍ່ໄດ້ຮັບການຮັບຮອງເປັນມໍລະດົກໂລກ ດ້ວຍບັດສະໜັບສະໜູນ 100% ທີ່ກອງປະຊຸມຄັ້ງທີ 38 ຂອງຄະນະກຳມະການມໍລະດົກໂລກຂອງ UNESCO. ຕາມທ່ານນາງ ດັ້ງທິບີກລຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫົວໜ້າຜູ້ແທນ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 38 ຄະນະກຳມະການມໍລະດົກໂລກ, ນີ້ແມ່ນມໍລະດົກປະສົມຄັ້ງທຳອິດຂອງ ຫວຽດນາມ ໄດ້ຮັບການຮັບຮອງນັບທັງມາດຖານວັດທະນະທຳ ແລະ ທຳມະຊາດຂອງໂລກ. ທ່ານນາງ ດັ້ງທິບີກລຽນ, ໃຫ້ຮູ້ວ່າ:
“ສຳເນົາເອກະສານຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກຂອງຄະນະກຳມະການ ຍ້ອນວ່າກ່ອນນີ້ 10 ປີ, ແຂວງ ນີງບິ່ງ ໄດ້ເປັນເຈົ້າການເຊື້ອເຊີນບັນດານັກຊ່ຽວຊານ ໂລກ ດຳເນີນການຄົ້ນຄ້ວາປະຫວັດສາດເດີມ ແລະ ໄດ້ພິເສດໃຫ້ໂລກເຫັນໄດ້ວ່າຄົນ ຫວຽດນາມ ບູຮານ ໄດ້ດຳລົງຊີວິດຢູ່ ຈ່າງອານ. ບັນດາສະມາຊິກຂອງຄະນະກຳມະການຕີລາຄາວ່າເຂດທັດສະນີຍະພາບ ຈ່າງອານ ແມ່ນໜຶ່ງໃນບັນດາເຂດທັດສະນີຍະພາບໜຶ່ງດຽວໃນໂລກທັງມີຄຸນຄ່າດ້ານວັດທະນະທຳ, ທັງມີຄຸນຄ່າທຳມະຊາດໄດ້ຮັບການອະນຸລັກຮັກສາ ແລະ ຮັກສາເໝືອນເດີມ. 2 ອົງການທີ່ປຶກສາຂອງຄະນະກຳມະການກໍ່ຕີລາຄາສູງ ແລະ ຖືວ່າ ຈ່າງອານ ແມ່ນໜຶ່ງໃນບັນດາທັດສະນີຍະພາບສວຍງາມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.”