(VOVWORLD) -ນັບແຕ່ເວລາ 18 ໂມງ ຂອງວັນທີ 25 ຕຸລາ ຫາ ເວລາ 18 ໂມງຂອງວັນທີ 26 ຕຸລາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 3.595 ຄົນ (ໃນນັ້ນມີ 3 ກໍລະນີມາຈາກຕ່າງປະເທດ) ຢູ່ 49 ແຂວງ, ນະຄອນ.
ພາບປະກອບ |
ເປັນອັນວ່າ ໄລຮອດວັນທີ 17 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 896.174 ຄົນ ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ
ໃນວັນທີ 26 ຕຸລາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 2.989 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 810.290 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 64 ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບ ຖືກເສຍຊີວິດ ຂຶ້ນເຖິງ 21.802 ຄົນ