(VOVWORLD) -ນັບແຕ່ເວລາ 17 ໂມງ ຂອງວັນທີ 26 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 27 ຕຸລາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 4.411 ຄົນ (ໃນນັ້ນມີ 7 ກໍລະນີມາຈາກຕ່າງປະເທດ) ຢູ່ 47 ແຂວງ, ນະຄອນ.
ການວິໄຈຫາເຊື້ອ |
ເປັນອັນວ່າ ໄລຮອດວັນທີ 27 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 900.585 ຄົນ ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ
ໃນວັນທີ 27 ຕຸລາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 2.024 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 812.314 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 54 ຄົນ.