ຫວຽດນາມຢັ້ງຢືນສືບຕໍ່ມານະພະຍາຍາມປົກປັກຮັກສາແລະຊຸກຍູ້ບັນດາສິດທິມະນຸດ
ກອງປະຊຸມສະພາສິດທິມະນຸດ ສປຊ ຊຸດທີ 26
(ພາບ: Gulf Times)
(vovworld) - ວັນທີ 10/6, ທີ່ສຳນັກງານ ສປຊ ຢູ່ເຊີແນວ, ປະເທດສະວິດ, ກອງປະຊຸມສະພາສິດທິມະນຸດ ສປຊ ຊຸດທີ 26 ໄດ້ໄຂຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ, ຂະຫຼວງໃຫຍ່ສິດທິມະນຸດ ສປຊ, ຜູ້ຕາງໜ້າບັນດາອົງການສຳຄັນໃນລະບົບ ສປຊ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານສາກົນກ່ຽວກັບສິດທິມະນຸດ. ໃນບົດກ່າວປາໄສໄຂກອງປະຊຸມ, ຂະຫລວງໃຫຍ່ ສິດທິມະນຸດ Navi Pillay ຊີ້ແຈ້ງ ແລະ ຕີລາຄາສູງບັນດາຜົນງານເຊິ່ງປະເທດຕ່າງໆບັນລຸໄດ້ໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດຢູ່ແຕ່ລະປະເທດ. ທີ່ວາລະໂອ້ລົມສົນທະນາ, ກັບບັນດານັກປະຖະຖາ, ທ່ານເອກອັກຄະລັດຖະທູດ ຟ້າມກວກຈູ້, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ຊີ້ແຈ້ງວ່າ: ຫວຽດນາມ ແບ່ງປັນຄວາມເອົາໃຈໃສ່ຂອງຫຼາຍປະເທດກ່ຽວກັບເລື່ອງນັບມື້ນັບມີຫຼາຍປະກົດການສວຍໃຊ້ສິດເສລີໃນການໂຮມປະຊຸມ ແລະ ສ້າງຕັ້ງສະມາຄົມເພື່ອກໍ່ຄວາມວຸ້ນວາຍ, ມ້າງທຳລາຍຄວາມສະຫງົບຂອງປະເທດຊາດ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພສັງຄົມຢູ່ແຕ່ລະປະເທດ, ກໍ່ຄືສົ່ງຜົນສະທ້ອນເຖິງບັນດາສິດ ແລະ ຜົນປະໂຫຍດຂອງຄົນອື່ນ, ຫວຽດນາມ ສະໜັບສະໜູນເລື່ອງຮັບປະກັນສິດເສລີໃນການປາກເວົ້າຂອງປະຊາຊົນ, ແຕ່ໃນວິວັດການປະຕິບັດຕ້ອງເອົາໃຈໃສ່ເຖິງຈຸດພິເສດສະເພາະດ້ານປະຫວັດສາດ, ວັດທະນະທຳ, ສາສະໜາຂອງແຕ່ລະສັງຄົມ, ຫວຽດນາມ ຈະສືບຕໍ່ຄວາມມານະພະຍາຍາມເພື່ອແນໃສ່ປົກປັກຮັກສາ ແລະ ຊຸກຍູ້ບັນດາສິດທິມະນຸດເວົ້າລວມກໍ່ຄືສິດເສລີໃນການປາກເວົ້າ, ໃນການສ້າງຕັ້ງສະມາຄົມເວົ້າສະເພາະ