ຫວຽດນາມຢັ້ງຢືນອະທິປະໄຕຂອງຕົນທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ

ຫວຽດນາມຢັ້ງຢືນອະທິປະໄຕຂອງຕົນທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ເລືອ​ງ​ແທງງິ້​

Vovworld- ວັນ​ທີ 26/4, ຕອບ​ສຳພາດ​ວົງ​ການ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ທັດ​ສະ​ນະຂອງຫວຽດນາມຕໍ່ໜ້າ​ເລື່ອງ ວັນ​ທີ 24/4, ຫົວໜ້າ​ສານ​ສາກົນ​ກ່ຽວ​ກັບ​ກົດ​ຫມາຍ​ທະ​ເລ ​ໄດ້​ບົ່ງ​ຕົວ​ບັນດາ​ຜູ້​ເປັນ​ກຳມະການ​ໃຫ້​ແກ່​ສານ​ກຳມະການ ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ ສ່ວນ​ເພີ່ມ​ເຕີມ​ເລກທີ 7 ສົນທິສັນຍາ​ຂອງ​ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ1982 ບົນພື້ນຖານ​ແຈ້ງ ການ ​ແລະ ຖະ​ແຫຼ​ງດຳ​ເນີນ​ການ​ຮ້ອງ​ຟ້ອງ​ເມື່ອ​ວັນ​ທີ 22/1/2013 ຂອງ ຟີ​ລິບ​ປິນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ເລືອ​ງ​ແທງງິ້​ເນັ້ນ​ໜັ້ກວ່າ: ​ໂດຍ​ແມ່ນ​ປະ​ເທດ​ຕັ້ງ​ຢູ່​ແຄມ​ທະ​ເລ ທີ່​ມີ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ຊອບ​ທຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ເອົາ​ໃຈ​ໃສ່ ​ແລະ ຕິດຕາມ​ຢ່າງ​ໃກ້ຊິດ​ກ່ຽວກັບກໍລະນີ​ຮ້ອງ​ຟ້ອງ​ນີ້. ຫວຽດນາມ​ມີ​ພື້ນຖານ​ດ້ານ​ກົດໝາຍ​,ປະຫວັດສາດຢ່າງ​ຄົບ​ຖ້ວນ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຄວາມ​ຖືກຕ້ອງ​ທີ່​ມີ​ຕໍ່​ບັນດາ​ເຂດ​ທະ​ເລ​ຂອງ​ຕົນ ຊຶ່ງ​ໄດ້​ກຳນົດ​ຢ່າງ​ສອດຄ່ອງ​ກັບ ສົນທິສັນຍາ​ຂອງ​ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ1982, ບັນດາ​ຂໍ້​ມາດຕາ​ໃນ​ສັນຍາ​ສາກົນ​ຊຶ່ງ​ຫວຽດນາມ​ເປັນ​ສະມາ​ຊິກ ​ແລະ ບັນດາ​ເອກະສານ​ນິຕິ​ກຳ​ຂອງ​ຫວຽດນາມ. ຫວຽດນາມ​ຈະນຳ​ໃຊ້​ທຸກ​ທຸກໆ​ມາດ​ຕະການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ເພື່ອ​ປົກປັກ​ຮັກສາອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຄວາມ​ຖືກຕ້ອງ​ ກໍ​ຄືຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ທີ່ຊອບ​ທຳຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມອີກເທື່ອໜຶ່ງ ຢັ້ງຢືນອະທິປະ​ໄຕ​ຂອງ​ຕົນ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ກໍ​ຄື​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຄວາມ​ຖືກຕ້ອງ​ທີ່​ມີ​ຕໍ່​ເຂດ​ບັນດາ​ເຂດ​ນ່ານທະ​ເລ, ​ເຂດ​ເສດຖະກິດ​ພິ​ເສດ ,ເຂດ​ໄຫຼ່​ທະວີບ ...ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ​ສະ​ເໜີ​ທຸກໆ​ຝ່າຍ​ທີ່ກ່ຽວຂ້ອງ​ຈົ່ງ​ປະຕິບັດ​ຕາມ​ຖະ​ແຫຼ​ງການ DOC ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 2002, ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ ຄັ້ງ​ທີ 15 ​ແລະ ດຳ​ເນີນ​ການ​ເຈລະຈາ​ເພື່ອ​ສ້າງ​ປະມວນ​ລະບຽບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ