(vovworld) – ໃນລະຫວ່າງວັນທີ 04 – 13/02, ຢູ່ສຳນັກງານຂອງສະຫະປະຊາຊາດ, ທີ່ນິວຢອກ, ຄະນະກຳມະການພັດທະນາສັງຄົມ ສັງກັດສະພາເສດຖະກິດ ແລະ ສັງຄົມສະຫະປະຊາຊາດ (ECOSOC) ໄດ້ຈັດກອງປະຊຸມຄັ້ງທີ 53 ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ຈີນຕະນາການ ແລະ ເພີ່ມທະວີການພັດທະນາສັງຄົມໃນໂລກຍຸກປະຈຸບັນ”. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດເຂົ້າຮ່ວມກອງປະຊຸມ.
ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ໄດ້ມີບົດກ່າວໄປໄສສຳຄັນທີ່ວາລະປຶກສາຫາລືລວມກ່ຽວກັບຫົວຂໍ້ຂອງກອງປະຊຸມ. ທ່ານນາງ ຫງວຽນເຟືອງງາ ໄດ້ເນັ້ນໜັກວ່າ ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ສືບຕໍ່ແມ່ນຄາດໝາຍສູງສຸດຂອງບັນດາຄວາມມານະພະຍາຍາມທົ່ວໂລກໃນການພັດທະນາ ແລະ ປະຊາຄົມສາກົນຕ້ອງເພີ່ມທະວີການຮ່ວມມືເພື່ອຄາດໝາຍດັ່ງກ່າວ, ໃນນັ້ນມີການປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍການພັດທະນາ, ເພີ່ມທະວີກຳລັງຄວາມສາມາດ ແລະ ມອບໂອນເຕັກໂນໂລຊີ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເທດພວມພັດທະນາກໍ່ສ້າງ ແລະ ປະຕິບັດນະໂຍບາຍພັດທະນາສັງຄົມ.