ຫວຽດນາມ-ລາວລົງນາມໃນຂໍ້ຕົກລົງ ແຜນການຮ່ວມມືດ້ານການສຶກສາປີ 2013

ຫວຽດນາມ-ລາວລົງນາມໃນຂໍ້ຕົກລົງ ແຜນການຮ່ວມມືດ້ານການສຶກສາປີ 2013 - ảnh 1

(ພາບປະກອບ:tgvn.com.vn)

(vovworld): ວັນ​ທີ 18/1, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ແລະ ກະຊວງ​ສຶກສາ​ທິການ-​ກິລາ​ລາວ ​ໄດ້ລົງ​ນາມ​ໃນຂໍ້​ຕົກລົງ​ແຜນການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ປີ 2013 ​ເພື່ອ​ຫັນ​ແຜນ​ຮ່າງ “ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນ​ແຫຼ່ງຊັບພະຍາກອນ​ມະນຸດ​ໄລຍະ 2011-2020“ ​ເປັນ​ລະອຽດ ​ແລະ ອະນຸ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ບຳລຸງ​ສ້າງພະນັກງານລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ​ລາວ ​ໂດຍ​ລັດຖະບານ​ສອງ​ປະ​ເທດ​ມອບ​ໜ້າ​ທີ່​ຜັນ​ຂະຫຍາຍ​ໃຫ້ສອງ​ກະຊວງ. ຕາມ​ນັ້ນ​ແລ້ວ, ປີ 2013, ຫວຽດນາມ ຈະ​ຮັບ​ພະນັກງານ, ນັກຮຽນ, ນັກ​ສຶກສາລາ​ວ 433 ຄົນມາ​ຮຽນ​ຕໍ່​ປະລິນຍາ​ໂທ, ປະລິນຍາ​ເອກ ​ແລະ ຮຽນ​ບຳລຸງ​ໄລຍະ​ສັ້ນ. ສອງ​ຝ່າຍ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ; ຄຸ້ມ​ຄອງ​ນັກຮຽນ​ລາວ ພວກ​ຮ່ຳຮຽນ​ຢູ່​ຫວຽດນາມ ​ແລະ ນັກຮຽນ ຫວຽດນາມ​ ພວກ​ຮ່ຳຮຽນ​ຢູ່​ ລາວ, ປະຕິບັດ​ອະນຸ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ສອງ​ລັດຖະບານ​ຫວຽດນາມ-​ລາວ ​ເປັນ​ຢ່າງ​ດີ.

   ນະ​ພິທີ, ທ່ານ​ຄຳ​ພັນ ວິພາ​ວັນ, ລັດຖະມົນຕີກະຊວງ​ສຶກສາ​ທິການ-​ກິລາ​ລາວ ຕາງໜ້າ​ໃຫ້​ນາຍົກລັດຖະມົນຕີ​ລາວ ມອບ​ຫຼຽນ​ໄຊ​ຂອງ​ລັດຖະບານ​ປະ​ເທດ ສປປ ລາວ ​ໃຫ້​ແກ່​​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ຂອງກະຊວງ​ສຶກສາ​ ​ແລະ ບຳລຸງ​ສ້າງ​ຫວຽດນາມ​ຈຳນວນ​ໜຶ່ງ.

 

 

 

 

 

ຂ່າວ/ບົດ​ອື່ນ