ຫວຽດນາມ-ລາວຮ່ວມມື,ແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນແລະຕ້ານອາດສະຍາກຳ
ຫວຽດນາມ-ລາວຮ່ວມມື,ແບ່ງປັນຂໍ້ມູນຂ່າວສານ
ເພື່ອປ້ອງກັນແລະຕ້ານອາດສະຍາກຳ
(ພາບ: TTXVN)
(vovworld)- ໃນຕອນເຊົ້າວັນທີ 6/7, ຢູ່ນະຄອນດ່າໜັງ, ແຂວງແຄ໋ງຮ່ວາ, ກົມໃຫຍ່ຕຳຫຼວດ, ກະຊວງຕຳຫຼວດຫວຽດນາມເປີດກອງປະຊຸມຮ່ວມມືປ້ອງກັນ, ຕ້ານອາດສະຍາກຳ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບ, ປອດໄພສັງຄົມ ຄັ້ງທີ 7 ລະຫວ່າງ ກຳລັງຕຳຫຼວດ, ກະຊວງຕຳຫຼວດຫວຽດນາມ ແລະ ກຳລັງຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ. ທີ່ກອງປະຊຸມ, ກຳລັງຕຳຫຼວດຫວຽດນາມ ແລະ ລາວ ເຫັນດີເປັນເອກະພາບ ຕີລາຄາສູງບັນດາໝາກຜົນ ໃນວຽກງານສົມທົບປ້ອງກັນ ແລະ ຕ້ານອາດສະຍາກຳ ລະຫວ່າງ ກຳລັງຕຳຫຼວດ ຂອງສອງປະເທດ ຢ່າງຕັ້ງໜ້າ. ພິເສດໃນບັນດາຂົງເຂດ ເຊັ່ນ: ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ອາດສະຍາກຳທີ່ກ່ຽວຂ້ອງເຖິງສອງປະເທດ, ສົບທົບກັນກວດກາຢັ້ງຢືນ, ສືບສວນສອບສວນ, ມ້າງບັນດາຄະດີຢາເສບຕິດລາຍໃຫຍ່, ຕາມລ່າບັນດາເປົ້າໝາຍຫຼົບໜີທີ່ເປັນອັນຕະລາຍ. ທ່ານ ພົນຕີ ຟາມວັນວິງ ຫົວໜ້າກົມໃຫຍ່ຕຳຫຼວດ-ກະຊວງຕຳຫຼວດ, ໃຫ້ຮູ້ວ່າ:
"ຫວຽດນາມ-ລາວ, ສົບທົບກັນເພື່ອຊອກມາດຕະການແກ້ໄຂ ຢ່າງມີປະສິດທິຜົນທີ່ສຸດ ດ້ວຍກົນໄກຮ່ວມມືຕໍ່ສູ້ຢ່າງມີແບບແຜນ,ຕ້ອງມີວຄາມ ເຂົ້າໃຈ, ຄົບລົບເຊິ່ງກັນ ແລະ ກັນ. ສອງຝ່າຍຕ້ອງຮ່ວມມືຕໍ່ສູ້ ຢ່າງມີປະສິດທິຜົນ ເພື່ອຍູ້ອາດສະຍາກຳທຸກປະເພດໃຫ້ຖອຍໄປ. ພິເສດແມ່ນອາດສະຍາກຳທີ່ມີການຈັດຕັ້ງ, ເຄື່ອນໄຫວຂ້າມຊາດ, ອາດສະຍາກຳຄ້າມະນຸດ, ອາດສະຍາກຳຢາເສບຕິດ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ທັງສອງປະເທດ."