(ພາບ: VGP/Thành Chung)
(vovworld)- ນີ້ແມ່ນໝາກຜົນຂອງການຢ້ຽມຢາມສິງກະໂປແຕ່ວັນທີ 5-9/11 ຂອງທ່ານຮອງນາຍົກລັດຖະມົນຕີຫວູ້ວັນນິງ. ໃນບັນດາການຕ້ອນຮັບທ່ານຮອງນາຍົກ ລັດຖະມົນຕີຫວູ້ວັນນິງ, ການນຳ ແລະ ເຈົ້າໜ້າທີ່ຂັ້ນສູງຂອງສິງກະໂປ ສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຮັດແໜ້ນສາຍພົວພັນດ້ານການເມືອງຢ່າງສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈລະຫວ່າງການນຳສອງປະເທດກ່ວາອີກ. ສອງຝ່າຍເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດເນື້ອໃນຄູ່ຮ່ວມມືຍຸດທະສາດ ແລະ ຂໍ້ຕົກລົງຂັ້ນສູງສອງປະເທດ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ສອງຝ່າຍຕີລາຄາສູງການເຄື່ອນໄຫວຂອງບັນດາເຂດອຸດສາຫະກຳຫວຽດນາມ-ສິງກະໂປ ຢ່າງມີປະສິດທິຜົນ ແລະ ເຫັນດີຈະສືບຕໍ່ເປີດກ້ວາງ, ເພີ່ມຈຳນວນບັນດາເຂດອຸດສາຫະກຳຫວຽດນາມ-ສິງກະໂປ ຢ່າງເໝາະສົມ. ບັນດາເຈົ້າໜ້າທີ່ສິງກະໂປ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຢືນຢັນສິງກະໂປ ມີຄວາມເອົາໃຈໃສ່ຕໍ່ການຮ່ວມມືດ້ານການສຶກສາ-ບຳລຸງສ້າງກັບຫວຽດນາມ. ສອງຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.