(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫງວຽນຟູຈ້ອງ, ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານປະທານາທິບໍດີອີຣານ Hassan Rouhani
ເຮືອບິນໝາຍເລກ PS 752 ຂອງບໍລິສັດການບິນສາກົນຢູແກຼນ (UIA) ຖືກຕົກຢູ່ອີຣານ
(ພາບ: AFP)
|
ໂດຍໄດ້ຮັບຂ່າວວ່າ, ເຮືອບິນໝາຍເລກ PS 752 ຂອງບໍລິສັດການບິນສາກົນຢູແກຼນ (UIA) ຖືກຕົກຢູ່ອີຣານ ເຊິ່ງເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນ 176 ຄົນ, ໃນນັ້ນມີຊາວອີຣານ 82 ຄົນ, ຊາວການາດາ 63 ຄົນ ແລະ ຊາວຢູແກຼນ 11 ຄົນເສຍຊີວິດ, ວັນທີ 10 ມັງກອນ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫງວຽນຟູຈ້ອງ, ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານປະທານາທິບໍດີອີຣານ Hassan Rouhani, ຜູ້ມີອຳນາດເຕັມການາດາ ທ່ານນາງ Julie Payette ແລະ ທ່ານປະທານາທິບໍດີຢູແກຼນ V.O. Zelensky.
ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າສະແດງຄວາມເສຍໃຈຕໍ່ຂ່າວກ່ຽວກັບເຮືອບິນໝາຍເລກ PS 752 ຂອງບໍລິສັດການບິນສາກົນຢູແກຼນ ທີ່ຕົກຢູ່ອີຣານ ເມື່ອວັນທີ 08 ມັງກອນ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສຍຫາຍອັນໃຫຍ່ຫຼວງນີ້ ແລະ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກງເຊິ່ງມາຍັງລັດຖະບານ, ປະຊາຊົນບັນດາປະເທດ ແລະ ຄອບຄົວຂອງບັນດາຜູ້ປະສົບເຄາະຮ້າຍ.