(vovworld) – ຕອນເຊົ້າວັນທີ 24/3, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ, ໂຄງການຕ້ານພະຍາດວັນນະໂລກແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຕ້ານພະຍາດວັນນະໂລກໄລຍະ 2007 – 2011 ແລະ ກຳນົດທິດການເຄື່ອນໄຫວໄລຍະ 2012 – 2015. ໃນ 5 ປີຜ່ານມາ, ໂຄງການຕ້ານພະຍາດວັນນະໂລກແຫ່ງຊາດບັນລຸ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂຄງການຕ້ານພະຍາດວັນນະໂລກໄດ້ຮັບການປະຕິບັດຢູ່ທົ່ວປະເທດ. ເພີ່ມທະວີການສຳພັດ ແລະ ນຳໃຊ້ການບໍລິການສາທາລະນະສຸກໃຫ້ແກ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ຜູ້ທຸກຍາກ, ກໍ່ສ້າງ ແລະ ສະໜອງບັນດາການບໍລິການ ກວດກາ ແລະ ປິ່ນປົວຜູ້ເປັນພະຍາດວັນນະໂລກ. ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກຫວຽດນາມ Nguyen Thi Xuyen ຖືວ່າ:
“ໄລຍະ 2007 – 2011 ແມ່ນໄລຍະສຳຄັນ, ມີການຜັນແປ່ຫຼາຍຢ່າງກ່ຽວກັບໂລກລະບາດ ແລະ ບັນດາປັດໄຈສົ່ງຜົນສະທ້ອນເຖິງໂຄງການຕ້ານພະຍາດວັນນະໂລກ, ນັ້ນແມ່ນປັດໄຈກ່ຽວກັບ ເຊື້ອ HIV, ຍົກຍ້າຍປະຊາຊົນ... ເຮັດໃຫ້ການປະຕິບັດວຽກງານປ້ອງກັນ, ຕ້ານພະຍາດວັນນະໂລກປະສົບກັນຄວາມຫຍູ້ງຍາກຫຼາຍ. ເຖິງຢ່າງໃດກໍຕາມ, ໄລຍະຜ່ານມາກໍເປັນຂີດໝາຍໃນການເປີດກ້ວາງການຮ່ວມມືກັບສາກົນ, ກໍຄືກັບບັນດາຄູ່ຮ່ວມມືພາຍໃນປະເທດໃນວຽກງານປ້ອງກັນ, ຕ້ານພະຍາດວັນນະໂລກ”
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ສະເໜີໃຫ້ກະຊວງສາທາລະນະສຸກບຸລິມະສິດໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດວັນນະໂລກ. ຍູ້ແຮງວຽກງານປ້ອງກັນ, ຕ້ານພະຍາດວັນນະໂລກຢູ່ບັນເຂດຈຸດສຸມ. ອຳນາດການປົກຄອງທຸກຂັ້ນຕ້ອງຖືຄາດໝາຍຕ້ານວັນນະໂລກແມ່ນ 1 ໃນບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ເພື່ອແນໃສ່ນຳຫວຽດນາມອອກຈາກບັນຊີລາຍຊື່ 22 ປະເທດມີອັດຕາຜູ້ຕິດພະຍາດວັນນະໂລກ ແລະ ເສຍຊີວິດຍ້ອນພະຍາດວັນນະໂລກຫຼາຍທີ່ສຸດໃນໂລກ.