ຫວຽດນາມສູ້ຊົນນອນໃນກຸ່ມອາຊຽນແຖວໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້
ຕ້ອນຮັບທ່ານ Mark Edward Tucker
(ພາບ: ແທ່ງຈູງ)
(vovworld) – ຕອນບ່າຍວັນທີ 25/08 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ມີການຕ້ອນຮັບທ່ານ Mark Edward Tucker ປະທານທັງເປັນຜູ້ອຳນວຍການໃຫຍ່ດ້ານການບໍລິຫານກຸ່ມບໍລິສັດປະກັນໄພ AIA (ອາເມລິກາ). ທ່ານຮອງນາຍົກລັດຖະມົນຕີ ມີຄວາມປະທັບໃຈດ້ວຍບັນດາການພັດທະນາຂອງກຸ່ມບໍລິສັດ ພາຍຫລັງເກືອບ 20 ປີແຫ່ງການລົງທຶນ ແລະ ເຄື່ອນໄຫວຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕີລາຄາຄຸນນະພາບການຮັບໃຊ້ລູກຄ້າຂອງກຸ່ມບໍລິສັດນັບມື້ນັບເພີ່ມຂຶ້ນ, ພ້ອມທັງຮັບຮູ້ບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມຂອງກຸ່ມບໍລິສັດຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຕະຫລາດປະກັນຊີວິດຢູ່ ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ: ກຸ່ມບໍລິສັດ AIA ຈະລົງທຶນເຂົ້າ ຫວຽດນາມ ຢ່າງແຮງກ່ວາອີກ ເພື່ອໃຫ້ຮອດປີ 2020 ຈຳນວນສາຂາ AIA ຢູ່ ຫວຽດນາມ ອາດເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປະຈຸບັນ. ລັດຖະບານ ຫວຽດນາມ ພວມມີບັນດາການປັບປຸງເຂັ້ມແຂງ, ສູ້ຊົນນອນໃນກຸ່ມບັນດາປະເທດ ອາຊຽນ ແຖວໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ລົງທຶນ. ດ້ວຍບັນດາຄວາມສາມາດບົ່ມຊ້ອນ, ກາລະໂອກາດນັ້ນ ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ກຸ່ມບໍລິສັດ AIA ດ້ວຍແຫຼ່ງທຶນໃຫຍ່ ຈະລົງທຶນເຂົ້າຕະຫລາດ ຫວຽດນາມ ຢ່າງແຮງກ່ວາອີກ.