.
ເວທີປາໄສວິສາຫະກິດ ຫວຽດນາມ (VBF) 2015
(ພາບ: CamTu)
(vovworld) – ດ້ວຍຫົວຂໍ້
“ຍົກສູງກຳລັງແກ່ງແຍ້ງຂອງວິສາຫະກິດເພື່ອເຊື່ອມໂຍງເຂົ້າກັບ
ສາກົນ”, ເວທີປາໄສວິສາຫະກິດ ຫວຽດນາມ ທ້າຍປີ (VBF) 2015
ໄຂຂຶ້ນໃນຕອນເຊົ້າວັນທີ 01/12 ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ
ຫວູວັນນິງ ໃຫ້ຂໍ້ສັງເກດວ່າ: ປີ 2015,
ເຖິງວ່າມີບັນດາການຜັນແປຢ່າງສັບສົນຢູ່ໃນໂລກກໍ່ຕາມ ແຕ່ ຫວຽດນາມ
ບັນລຸໄດ້ບັນດາຄາດໝາຍພື້ນຖານທີ່ໄດ້ວາງອອກ,
ເສດຖະກິດມະຫາພາກມີສະຖຽນລະພາບ,
ໄພເງິນເຟີ້ໄດ້ຮັບການຄວບຄຸມໄວ້ຢູ່ລະດັບຕ່ຳ,
ລະບົບການເງິນມີຄວາມໝັ້ນທ່ຽງ; ການເຕີບໂຕເສດຖະກິດໃນ 9
ເດືອນຕົ້ນປີບັນລຸ 6%, ຄາດຄະເນວ່າ ການເຕີບໂຕຂອງທັງປີ 2015 ບັນລຸ
6,2 – 6,5%. ປີ 2016 ຫວຽດນາມ
ສືບຕໍ່ວາງຄາດໝາຍຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ,
ແລະລະດັບເຕີບໂຕໃຫ້ສູງກ່ວາ,
ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່
ພ້ອມທັງປ່ຽນໃໝ່ຮູບແບບການເຕີບໂຕ. ຫວຽດນາມ ໄດ້ ແລະ
ພວມເຊື່ອມໂຍງເຂົ້າບັນດາພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ
ກ້ວາງຂວາງ; ແລະ
ພວມເຈລະຈາລົງນາມໃນບັນດາສັນຍາການຄ້າເສລີລຸ່ນໃໝ່ຄື:
ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP); ສັນຍາການຄ້າເສລີ ຫວຽດນາມ -
ອີຢູ…ສ້າງກຳລັງໜູນເພື່ອຊຸກຍູ້ພື້ນຖານເສດຖະກິດກໍຄືບັນດາວິສາ
ຫະກິດກ້າວເຂົ້າສູ່ໄລຍະໃໝ່. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ
ເນັ້ນໜັກວ່າ:
“ລັດຖະບານ ຫວຽດນາມ
ປາດຖະໜາວ່າບັນດາວິສາຫະກິດພາຍໃນປະເທດ ແລະ
ຕ່າງປະເທດເປັນເຈົ້າການສ້າງໂຄງປະກອບວິສາຫະກິດຂອງຕົນຄືນໃໝ່,
ປ່ຽນແປງວິທີການຄຸ້ມຄອງ, ຍົກສູງປະສິດທິຜົນກຳລັງແກ່ງແຍ້ງຂອງຕົນ
ເພື່ອຄົງຕົວໃນຕະຫລາດ ຫວຽດນາມ ແລະ ບືນຕົວອອກສູ່ຕະຫລາດສາກົນ.
ລັດຖະບານ ຫວຽດນາມ
ໃຫ້ຄຳໝັ້ນສັນຍາຈະຮຽງບ່າຮຽງໄຫລ່ກັບບັນດາວິສາຫະກິດ ແລະ
ຮັບຟັງຄຳເຫັນຂອງວິສາຫະກິດ
ເພື່ອພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ສະເໜີອັນຊອບທຳ,
ຖືກຕ້ອງຕາມກົດໝາຍ, ເໝາະສົມ ຊຶ່ງບັນດາວິສາຫະກິດໄດ້ວາງອອກ,
ກໍຄືຮັບປະກັນບັນດາສິດຜົນປະໂຫຍດອັນຊອບທຳຂອງວິສາຫະກິດ”