ຫວຽດ​ນາມ​ສືບ​ຕໍ່​ສຸມ​ສະ​ຕິ​ປັນ​ຍາ​ດ້​ວຍ​ລະ​ດັບ​ສູງ​ສຸດຕໍ່​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -ສຳລັບບັນດາກໍລະນີ F1(ຜູ້ສຳຜັດໂດຍກົງກັບຜູ້ຕິດເຊື້ອ): ເມື່ອຊອກພົບຕ້ອງພາກອອກໄປຈາກຊຸມຊົນໂດຍໄວ, ບໍ່ໃຫ້ແຍກຕົວຢູ່ບ້ານຢ່າງເດັດດ່ຽວ. ຫວຽດນາມຖືການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຄືການຕໍ່ສູ້ຂອງທົ່ວປວງຊົນ, ເຊິ່ງບໍ່ພຽງແຕ່ແມ່ນຂອງ ຂະແໜງສາທາລະນະສຸກ ຫຼືຂອງອຳນາດການປົກຄອງເທົ່ານັ້ນ. ບັ້ນຕໍ່ສູ້ນີ້ຕ້ອງມີການຮ່ວມແຮງຮ່ວມໃຈຂອງ ທົ່ວປວງຊົນທັງຊາດ ເພື່ອສ້າງກຳລັງແຮງສັງລວມ.
ຫວຽດ​ນາມ​ສືບ​ຕໍ່​ສຸມ​ສະ​ຕິ​ປັນ​ຍາ​ດ້​ວຍ​ລະ​ດັບ​ສູງ​ສຸດຕໍ່​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1ທ່ານໂດຊວັນຕວຽນຮອງລັດຖະມນຕີກະຊວງສາທາລະນຸສຸກ ຫວຍດນາມ ກ່າວຄຳເຫັນທີ່ກອງປະຊູມ (ພາບ: plo.vn

ວັນທີ 30 ພະຈິກ, ຢູ່ດ່ານັ້ງ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ປີ 2020, ທ່ານ ເຈິ່ນຍືເຢືອງ ຮອງຫົວໜ້າສະຖາບັນອະນາໄມລາດບາດວິທະຍາ ສູນກາງ ໃຫ້ຮູ້ວ່າ: ໜຶ່ງໃນບັນດາມາດຕະການຊ່ວຍໃຫ້ຫວຽດນາມ ຕ້ານໂລກລະບາດໂຄວິດ - 19 ໂດຍໄວ ນັ້ນແມ່ນການປະຕິບັດການແຍກຕົວ ຢ່າງເດັດຂາດ, ມີແບບມີແຜນ ເພື່ອຄວບຄຸມໂລກລະບາດ, ບໍ່ປະໃຫ້ລະບາດໃນຊຸມຊົນ. ສຳລັບຜູ້ຕິດເຊື້ອພະຍາດ, ຂະແໜງສະທາລະນະສຸກ ໄດ້ຈັດຕັ້ງການແຍກຕົວຢູ່ໂຮງໝໍຢ່າງເຂັ້ມງວດ. ໂດຍສະເພາະສຳລັບບັນດາກໍລະນີ F1(ຜູ້ສຳຜັດໂດຍກົງກັບຜູ້ຕິດເຊື້ອ): ເມື່ອຊອກພົບຕ້ອງພາກອອກໄປຈາກຊຸມຊົນໂດຍໄວ, ບໍ່ໃຫ້ແຍກຕົວຢູ່ບ້ານຢ່າງເດັດດ່ຽວ. ຫວຽດນາມຖືການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຄືການຕໍ່ສູ້ຂອງທົ່ວປວງຊົນ, ເຊິ່ງບໍ່ພຽງແຕ່ແມ່ນຂອງ ຂະແໜງສາທາລະນະສຸກ ຫຼືຂອງອຳນາດການປົກຄອງເທົ່ານັ້ນ. ບັ້ນຕໍ່ສູ້ນີ້ຕ້ອງມີການຮ່ວມແຮງຮ່ວມໃຈຂອງ ທົ່ວປວງຊົນທັງຊາດ ເພື່ອສ້າງກຳລັງແຮງສັງລວມ.

ຕອບກັບ

ຂ່າວ/ບົດ​ອື່ນ