ຫວຽດນາມສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງສປຊ

ຫວຽດນາມສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງສປຊ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ເຟືອງ​ງາ ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​
(ພາບ: Lê Dương/TTXVN)

(vovworld) - ວັນ​ທີ 14/1, ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດ (ສປຊ) ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ປະຈຳ ສປຊ, ​ໃຫ້​ຮູ້​ວ່າ ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ເຫດການ​ຕ່າງໆ​ຂອງ ສປຊ ​ໃນ​ປີ​ນີ້ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ​ ທີ່​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ສາກົນ, ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ທົ່ວ​ໂລກ, ​ແກ້​ໄຂ​ການ​ທ້າ​ທາຍ​ລວມ​ໃນ​ທົ່ວ​ໂລກ. ຫວຽດນາມ​ ຈະ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ເຈລະຈາ​ສ້າງ​ລາຍການ​ເຄື່ອນ​ໄຫວ​ພັດທະນາ​ຫຼັງ​ປີ 2015; ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ ສປຊ  ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ຄວາມມານະ​ພະຍາຍາມ​ຕ່າງໆ​ຂອງ ສປຊ​ ໃນ​ທຸກ​ຂົງ​ເຂດ. ຫວຽດນາມ​ກໍ່​ພວມ​ຕັ້ງໜ້າ​ຮັບ​ໜ້າ​ທີ່ ​ແລະ ພວມ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່ຢູ່​ບັນດາ​ເວທີ​ປາ​ໄສ, ບັນດາ​ອົງການ​ຂອງ ສປຊ, ​ໃນ​ນັ້ນ​ມີ​ຄາດໝາຍ​ສຳຄັນ​ທີ່​ສຸດ ​ແມ່ນ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ສະພາ​ເສດຖະກິດ​ສັງຄົມ​ຂອງ ສປຊ ກໍ່​ຄື​ຮັບ​ດຳລົງ​ຕຳ​ແໜ່​ງຮອງ​ປະທານ​ຄະນະ​ກຳມະການ​ສັງຄົມ​ ສປຊ ສຳ​ເລັດ​ຜົນ.


ຂ່າວ/ບົດ​ອື່ນ