ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ,ເປັນເຈົ້າການຢູ່ອົງການUNESCO
ກອງປະຊຸມສະຫລຸບວຽກງານປີ 2015 ແລະ ກຳນົດທິດທາງປີ 2016
(ພາບ: vietnamnet.vn)
(vovworld) - ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ, ເປັນເຈົ້າການຢູ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ UNESCO, ນີ້ແມ່ນໜຶ່ງໃນບັນດາໜ້າທີ່ມີຈຸດສຸມໃນປີ 2016 ໂດຍຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ວາງອອກທີ່ກອງປະຊຸມສະຫລຸບວຽກງານປີ 2015 ແລະ ກຳນົດທິດທາງປີ 2016 ດຳເນີນໃນຕອນເຊົ້າວັນທີ 12/01 ຢູ່ຮ່າໂນ້ຍ. ບັນດາຜູ້ແທນລ້ວນແຕ່ຖືວ່າ: ໃນປີ 2016, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຄວນຍູ້ແຮງການປະຕິບັດມະຕິຂອງກົມການເມືອງຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ, ໃນນັ້ນ ສືບຕໍ່ເພີ່ມທະວີບົດບາດຂອງ ຫວຽດນາມ ຢູ່ບັນດາເວທີປາໄສຫລາຍຝ່າຍ ໂດຍຜ່ານການດຳລົງຕຳແໜ່ງບົດບາດໜ້າທີ່ຢູ່ບັນດາອົງການສຳນັກງານຂອງ UNESCO, ພິເສດແມ່ນສະພາບໍລິຫານ ແລະ ຄະນະກຳມະການມໍລະດົກໂລກ. ພ້ອມກັນນັ້ນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ກໍ່ຄວນເຂົ້າຮ່ວມຕັ້ງໜ້າ ເປັນເຈົ້າການຢູ່ບັນດາອົງການສຳນັກງານວິຊາສະເພາະ ແລະ ສົນທິສັນຍາສຳຄັນຈຳນວນໜຶ່ງຂອງອົງການ UNESCO; ພ້ອມທັງເພີ່ມທະວີຮັບເອົາແນວຄວາມຄິດ, ຂໍ້ລິເລີ່ມຂອງ UNESCO ເພື່ອຮັບໃຊ້ພາລະກິດສ້າງສາປະເທດຊາດ, ພິເສດແມ່ນການປະຕິຮູບ ແລະ ການປ່ຽນໃໝ່ການສຶກສາ ແລະ ກໍ່ສ້າງ ຫວຽດນາມ ໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນໂດຍພື້ນຖານ ແລະ ຮອບດ້ານ.