ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດປົກປັກຮັກສາ,ຍົກສູງຫຼັກການພື້ນຖານຂອງກົດໝາຍສາກົນແລະກົດບັດສປຊ
(ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ)
(vovworld) – ຫວຽດນາມສືບຕໍ່ມານະພະຍາຍາມເສີມຂະຫຍາຍບົດບາດປົກປັກຮັກສາ, ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນແລະກົດບັດສະຫະປະຊາຊາດ. ນີ້ແມ່ນຄຳຢືນຢັນຂອງທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ວັນທີ 16/09, ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດ ຊຸດທີ 70.
ຕີລາຄາກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວຂອງກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດ ຊຸດທີ 69, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດ ຊຸດທີ 69 ໄດ້ສ້າງຂີດໝາຍພິເສດ ໃນການປະຕິບັດບັນດາຄາດໝາຍອັນສຸງສົ່ງ ເຊິ່ງກົດບັດສະຫະປະຊາຊາດ ໄດ້ວາງອອກແມ່ນຊຸກຍູ້ສັນຕິພາບ, ຄວາມສະຫງົບປອດໄພໃນໂລກ, ການພັດທະນາ ແລະ ຄວາມກ້າວໜ້າສັງຄົມ ແລະ ສິດທິມະນຸດ.
ກ່ຽວກັບບັນດາການເຄື່ອນໄຫວຂອງຫວຽດນາມ ຢູ່ສະຫະປະຊາຊາດ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ຕັ້ງໜ້າໃນຫຼາຍດ້ານ ເພື່ອແນໃສ່ຍົກສູງບົດບາດຂອງຕົນຢູ່ສະຫະປະຊາຊາດ ແລະ ເພີ່ມທະວີການການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ. ຫວຽດນາມ ຈະສືບຕໍ່ມານະພະຍາຍາມເສີມຂະຫຍາຍບົດບາດໃນການປົກປັກຮັກສາ, ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຊຸກຍູ້ການແກ້ໄຂບັນດາການປະທະກັນຂັດແຍ້ງກັນຢ່າງສົມເຫດສົມຜົນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດຫຼືນາບຂູ່ນຳໃຊ້ອາວຸດ, ເພີ່ມທະວີການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ…