ນະຄອນໂຮ່ຈີມິນ (ພາບ: TTXVN)
(vovworld) – ວັນທີ 28/12 ເວັບໄຊຂອງ “Bangkok Post” (ໄປສະນີ ບາງກອກ) ມີບົດຂຽນກ່ຽວກັບສະພາບການພັດທະນາເສດຖະກິດຢູ່ ຫວຽດນາມ, ໃນນັ້ນ ຖືວ່າ ສະໄໝ “ສັງເກດ” ຢູ່ ຫວຽດນາມ ທີ່ຜ່ານໄປແລ້ວ ແລະ ປະຈຸບັນແມ່ນໄລຍະທີ່ບັນດານັກລົງທຶນຄວນເຂົ້າດຳເນີນທຸລະກິດຢູ່ພື້ນຖານເສດຖະກິດທີ່ເຕັມໄປດ້ວຍຄວາມຫວັງຢູ່ ອາຊີຕາເວັນອອກສ່ຽງໃຕ້. ເວັບໄຊ ໄປສະນີ ບາງກອກ ຕີລາຄາວ່າ: ດ້ວຍລະດັບເຕີບໂຕໃນປີ 2015 ບັນລຸ 6,68% ໃນຊຸມປີມໍ່ໆມານີ້ ປະເທດທີ່ມີພົນລະເມືອງ 92 ລ້ານຄົນນີ້ ໄດ້ກາຍເປັນບ່ອນດຶງດູດບັນດານັກລົງທຶນໃນທົ່ວໂລກ ຍ້ອນໄດ້ຕັ້ງໜ້າປັບປຸງບັນດາການພົວພັນຕ່າງປະເທດ, ສ້າງບັນດານະໂຍບາຍສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ລົງນາມໃນຂໍ້ຕົກລົງການຄ້າຫລາຍສະບັບ. ບົດຂ່າວໄດ້ຄັດສະເໜີຄຳເວົ້າຂອງທ່ານ ສະນັ່ນ ອັງອຸບົນກຸນ ປະທານສະພາວິສາຫະກິດ ໄທ - ຫວຽດນາມ ໂດຍຖືວ່າ: ຫວຽດນາມ ພ້ອມກັບ ໄທ ສາມາດສ້າງກຳລັງແຮງດ້ານເສດຖະກິດຢ່າງໃຫຍ່ຫລວງ ແລະ ກາຍເປັນແຫຼ່ງກຳລັງໜູນ ເພື່ອໃຫ້ອາຊີຕາເວັນອອກສ່ຽງໃຕ້ເຕີບໂຕ. ບົດຂ່າວໄດ້ໃຫ້ຂໍ້ສັງເກດວ່າ: ປະຈຸບັນ ຫວຽດນາມ ໄດ້ຮັບຖືວ່າ ແມ່ນສະຖານທີ່ລົງທຶນໃນທົ່ວໂລກ. ທ່ານ ສະນັ່ນ ຮຽກຮ້ອງບັນດານັກລົງທຶນ ໄທ ຈົ່ງລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ຍ້ອນວ່າ ລັດຖະບານ ຫວຽດນາມ ພວມຕັ້ງໜ້າຍູ້ແຮງການແກ້ໄຂສິ່ງຕິດຄັດໃນການດຳເນີນທຸລະກິດ, ປັບປຸງໂຄງລ່າງ ແລະ ແລວ ເສດຖະກິດໃຫ້ສົມບູນແບບ.