ຫວຽດນາມສະຫນັບສະຫນູນການເຈລະຈາແລະການຮ່ວມມືເພື່ອເພີ່ມທະວີປະສິດທິຜົນແລະບົດບາດຂອງສະພາສິດທິມະນຸດສປຊ
ທ່ານ Zeid Ra'ad Al Hussein, ຂ້າຫລວງໃຫຍ່ສປຊ
ກ່ຽວກັບສິດທິມະນຸດ
ພາບ:TTXVN
|
(vovworld)-ວັນທີ 3/3 ຢູ່ວາລະປະຊຸມຂັ້ນສູງຊຸດທີ 28 ສະພາສິດທິມະນຸດ ສປຊ, ທ່ານ ຫງວຽນກວກເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະຜູ້ແທນຫວຽດນາມ ໄດ້ມີບົດກ່າວປາໄສຢືນຢັນ: ຫວຽດນາມ ສະຫນັບສະຫນູນການເຈລະຈາ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ, ເຊີດຊູບັນດາຫລັກການຂອງກົດໝາຍສາກົນ, ຊຸກຍູ້ຄວາມເຫັນດີເຫັນພ້ອມ, ຈຳກັດການສູ້ຢັນກັນ, ຈັດວາງ ແລະ ຫັນເປັນບັນຫາການເມືອງຢູ່ສະພາສິດທິມະນຸດ. ເມື່ອຕີລາຄາກ່ຽວກັບສະພາສິດທິມະນຸດ ເນື່ອງໃນໂອກາດສະເຫລີມສະຫລອງ 10 ປີແຫ່ງວັນສ້າງຕັ້ງ, ທ່ານ ຫງວຽນກວກເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຖືວ່າ: ອົງການນີ້ ໄດ້ມີການປະກອບສ່ວນຢ່າງແນ່ນອນເຂົ້າໃນການຊຸກຍູ້ຄວາມເຄົາລົບ ແລະ ປົກປ້ອງບັນດາສິດທິມະນຸດ, ຊ່ວຍຍົກສູງຄວາມຮັບຮູ້ ແລະ ສ້າງວິທີສຳພັດກ່ຽວກັບສິດທິມະນຸດຢ່າງພາວະວິໄສ ແລະ ຮອບດ້ານກວ່າ. ຫົວຫນ້າຄະນະຜູ້ແທນຫວຽດນາມ ໄດ້ເນັ້ນຫນັກເຖິງບັນດາຜົນງານຂອງຫວຽດນາມ ໃນການປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ບັນດາຄວາມມານະພະຍາຍາມໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ.