ພິທິຊັກທຸງຊາດຢູ່ແຂວງກວາງຈິ
(baoquangtri)
|
(vovworld)- ມື້ນີ້ ວັນທີ 30/4/1975 ຊຶ່ງແມ່ນວັນຄົບຮອບ 41 ປີ ແຫ່ງການປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. ມະຫາໄຊລະດູບານໃໝ່ປີ 1975 ໄດ້ເຮັດໃຫ້ສົງຄາມຮຸກຮານຫວຽດນາມຖືກປະລາໄຊຢ່າງສິ້ນເຊິ່ງ ແລະ ລົບລ້າງແອກຄອບຄອງຂອງພວກລ່າເມືອງຂຶ້ນແບບໃໝ່ຂອງອາເມລິກາ, ສິ້ນສຸດການຕໍ່ຕ້ານຍາວນານ, ລຳບາກກາກກຳ ແລະ ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຕ້ານສັດຕູຜູ້ຮຸກຮານຂອງຊາດຫວຽດນາມ. ໄຊຊະນະດັ່ງກ່າວໄດ້ຖືກສ້າງຂຶ້ນ ກໍຍ້ອນມີການນຳພາຢ່າງປິຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ; ມູນເຊື້ອຮັກຊາດ, ອົງການກ້າແກ່ນ, ສາມັກຄີກັນເປັນຈິດໜຶ່ງໃຈດຽວຂອງປະຊາຊົນຫວຽດນາມຊຶ່ງໄດ້ຝຶກຝົນຫຼໍ່ຫຼອມຜ່ານໄລຍະນັບພັນປີແຫ່ງປະຫວັດສາດ.
ເມື່ອສັນລະເສີນກ່ຽວກັບໄຊຊະນະດັ່ງກ່າວ, ບົດນຳທີ່ໜັງສືກວນໂດ້ຍເຍີນເຢີນຫວຽດນາມສະບັບອອກວັນທີ 30/4 ໄດ້ຢືນຢັນວ່າ ເພື່ອຍາດໄດ້ໄຊຊະນະວັນທີ 30/4, ໄດ້ມີລູກຮັກຫຼານແພງຂອງປະເທດຫວຽດນາມນັບລ້ານຄົນຕ້ອງໄດ້ເສຍສະຫຼະຊີວິດເພື່ອຊາດ. ຄວາມເສຍສະຫຼະນັ້ນ ແມ່ນໃຫຍ່ຫຼວງທີ່ສຸດ ແຕ່ກໍເປັນໜ້າເອກອ້າງທະນົງໃຈ, ເພາະໄດ້ສ້າງໃຫ້ມີບັນດາໜ້າປະຫວັດສາດຄຳຂອງຊາດ, ພ້ອມກັນນັ້ນ ກໍຍົກສູງທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນ, ກາຍເປັນສັນຍາລັກຂອງລັດທິວິລະຊົນປະຕິວັດ.
ເພື່ອເປັນການສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ, ໃນວັນທີ 30/4 ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ ກໍໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື ສະແດງສິລະປະ, ຍິງບັ້ງໄຟດອກ, ສະແດງຊຸດອາພອນ… ຢ່າງຟົດຟື້ນມ່ວນຊື່ນ