ຫວຽດນາມສະເໜີບັນດາມາດຕະການປັບປຸງຄວາມບໍ່ສະເໝີພາບມຮັບປະກັນກຽດສັກສີ,ໜູນຊ່ວຍຊີວິດສັງຄົມ​​ໃຫ້​​ແກ່ທຸກ​ຄົນ

ຫວຽດນາມສະເໜີບັນດາມາດຕະການປັບປຸງຄວາມບໍ່ສະເໝີພາບມຮັບປະກັນກຽດສັກສີ,ໜູນຊ່ວຍຊີວິດສັງຄົມ​​ໃຫ້​​ແກ່ທຸກ​ຄົນ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ທີ່ກອງ​ປະ​ຊຸມ

(vovworld) - ວັນ​ທີ 3/4, ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​​ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ (IPU) ຄັ້ງ​ທີ 136, ຢູ່ Bhaka, ປະ​ເທດ ບັງ​ກ​ຣາ​ເທດ, ບັນ​ດາ​ຜູ້​ແທນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້ “ແກ້​ໄຂ​ສະ​ພາບ​ຂາດ​ຄວາມ​ສະ​ເໝີ​ພາບ: ຮັບ​ປະ​ກັນ​​ກຽດ​ສັກ​ສີ ແລະ ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ​ໃຫ້​​ແກ່ທຸກ​ຄົນ”, ທ່ານ​ນາງ​ ຕ່ອງ​ທິ​ຟ໋ອງ, ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ທີ່ກອງ​ປະ​ຊຸມ.

        ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ຍົກ​ອອກ 8 ຂໍ້​ສະ​ເໜີ​ລະ​ອຽດ​ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ຂາດ​ຄວາມ​ສະ​ເໝີ​ພາບ, ຮັບ​ປະ​ກັນ​​ກຽດ​ສັກ​ສີ ແລະ ​ໜູນ​ຊ່ວຍ​ຊີ​ວິດ​​ສັງ​ຄົມໃຫ້​ແກ່​ທຸກ​ຄົນ. ນີ້​ແມ່ນ​ບັນ​ດາ​ມາດ​ຕະ​ການ​ຄື: ເພີ່​ມ​ທະ​ວີ​ບົດ​ບາດ​ຂອງ ສ​ປ​ຊ, ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​​​ຕົວ​ເລກ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ເປົ້​າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເລກ 10 ຢູ່​ແຕ່​ລະ​ປະ​ເທດ; ສ້າງ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ບັນ​ດາ​ອົງ​ການ​ພາກ​ພື້ນ​ເພື່ອ​ແນ​ໃສ່​ສົມ​ທົບ​ກັນ​ກະ​ທຳ​ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່, ​ເພື່ອ​ແນ​ໃສ່ຮັບ​ປະ​ກັນ​ຊີ​ວິດ​, ຄວາມ​ປອ​ດ​ໄພ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ, ບັນ​ດາ​ປະ​ເທດ​ສືບ​ຕໍ່​ປັບ​ປຸງ​ລະ​ບອບ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ຜົນ​ສັ​ກ​ສິດ​ໃນ​ການ​ວາງ​ແຜນ​ນະ​ໂຍ​ບາຍ ແລະ ບໍ​ລິ​ຫານ​ປະ​ເທດ​ຊາດ​ໃຫ້​ສົມ​ບູນ​ແບບ, ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​​ຂາດຄວາມ​ສະ​ເໝີ​ພາບ…


ຂ່າວ/ບົດ​ອື່ນ