ຫວຽດ​ນາມ​ສະ​ເໜີ​ໃຫ້​ເລື່ອນ​ວັນ​ເວ​ລາ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 36 ແລະບັນ​ດາ​ກອງ​ປະ​ຊຸ​ມ​ທີ່​ກ່​ຽວ​ຂ້ອງ​ຢູ່​ດ່າ​ໜັງ

(VOVWORLD) -ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ຕັ້ງໜ້າກະກຽມທຸກດ້ານແລະມາຮອດປັດຈຸບັນ ໄດ້ປະຕິບັດວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ສຳເລັດໂດຍພື້ນຖານແລ້ວ ແຕ່ວ່າ ການດັດປັບວັນເວລາຈັດຕັ້ງກອງປະຊຸມ ແມ່ນມີຄວາມຈຳເປັນ ໃນສະພາບການໂລກລະບາດ Covid – 19 ນັບມື້ນັບແຜ່ລະບາດໃນວົງກ້ວາງຢູ່ພາກພື້ນແລະໃນໂລກ.
ຫວຽດ​ນາມ​ສະ​ເໜີ​ໃຫ້​ເລື່ອນ​ວັນ​ເວ​ລາ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 36 ແລະບັນ​ດາ​ກອງ​ປະ​ຊຸ​ມ​ທີ່​ກ່​ຽວ​ຂ້ອງ​ຢູ່​ດ່າ​ໜັງ - ảnh 1ທຸງອາຊຽນ 

ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ວັນທີ 19 ມີນາ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍໄປຍັງການນຳບັນດາປະເທດອາຊຽນແລະນິວຊີແລນ ສະເໜີໃຫ້ເລື່ອນວັນເວລາຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະກອງປະຊຸມບັນດາການນຳອາຊຽນ - ນິວຊີແລນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 08 – 09 ເມສາ 2020 ຢູ່ດ່າໜັງໄປຈັດໃສ່ທ້າຍເດືອນມິຖຸນາ 2020.

ໃນຈົດໝາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ຕັ້ງໜ້າກະກຽມທຸກດ້ານແລະມາຮອດປັດຈຸບັນ ໄດ້ປະຕິບັດວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ສຳເລັດໂດຍພື້ນຖານແລ້ວ ແຕ່ວ່າ ການດັດປັບວັນເວລາຈັດຕັ້ງກອງປະຊຸມ ແມ່ນມີຄວາມຈຳເປັນ ໃນສະພາບການໂລກລະບາດ Covid – 19 ນັບມື້ນັບແຜ່ລະບາດໃນວົງກ້ວາງຢູ່ພາກພື້ນແລະໃນໂລກ. ທ່ານນາຍົກລັດຖະມົນຕີກໍ່ສະແດງຄວາມຂອບໃຈຕໍ່ບັນດາປະເທດ ທີ່ໄດ້ສະໜັບສະໜູນ, ຮ່ວມແຮງຮ່ວມໃຈກັບ ຫວຽດນາມ ຊຸກຍູ້ການສ້າງປະຊາຄົມອາຊຽນໃຫ້ສະໜິດຕິດພັນແລະເປັນເຈົ້າການຮັບມືໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ