ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່​ຽວ​ກັບ​ການກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອາ​ຟຼິກ​ກາ

(VOVWORLD) -  ວັນທີ 11 ມີນາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມກ່ຽວກັບສະພາບການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອາຟຼິກກາຕາມຂໍ້ລິເລີ່ມຂອງຈີນ ໂດຍແມ່ນປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ເດືອນ ມີນາ 2020.
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່​ຽວ​ກັບ​ການກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອາ​ຟຼິກ​ກາ - ảnh 1

ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສຊກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາກຸ່ມການກໍ່ການຮ້າຍທີ່ພວມນາບຂູ່ເຖິງສະຖຽນລະພາບ ແລະ ການພັດທະນາຂອງ ບັນດາປະເທດ ຢູ່ ອາຟຼິກກາ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂກົກເຄົ້າຂອງການກໍ່ການຮ້າຍຜ່ານການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການບໍລິຫານ, ຄວາມໝັ້ນຄົງ, ຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການພັດທະນາແບບຍືນຍົງ, ທ່ານຖືວ່າ ຄວນຜັນຂະຫຍາຍບັນດາສົນທິສັນຍາສາກົນ ແລະ ບັນດາມະຕິຂອງ ສະຫະປະຊາຊາດໃນບັນຫາຕ້ານການອຸປະຖຳ ແລະ ໜູນຊ່ວຍໃຫ້ແກ່ການກໍ່ການຮ້າຍຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ