(ພາບປະກອບ: vietnamplus.vn)
(vovworld)- ທີ່ກອງປະຊຸມສຸດທ້າຍຂອງ ສປຊ ກ່ຽວກັບສົນທິສັນຍາຄ້າຂາຍອາວຸດປົກກະຕິ (ATT) ຈັດຂຶ້ນຢູ່ນິວຢອກ-ປະເທດອາເມລິກາ, ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງ ຫົວໜ້າຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຢືນຢັນວ່າ: ຫວຽດນາມ ແບ່ງປັນບັນດາຄວາມວິຕົກກັງວົນກ່ຽວກັບຜົນຮ້າຍອັນໜັກໜ່ວງໂດຍສະພາບການຄ້າຂາຍອາວຸດຜິດກົດໝາຍກໍ່ຂຶ້ນ ຕໍ່ສັນຕິພາບ, ຄວາມສະຫງົບປອດໄພ, ການພັດທະນາ ແລະ ຊີວິດຂອງມວນມະນຸດໃນໂລກ. ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມ, ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງ ຊີ້ແຈ້ງວ່າ ເພື່ອບັນລຸປະສິດທິຜົນ, ສົນທິສັນຍາຄ້າຂາຍອາວຸດປົກກະຕິ (ATT) ຕ້ອງຮັບປະກັນລັກສະນະດຸ່ນດຽງລະຫວ່າງບັນຫາດັ່ງກ່າວກັບບັນດາບັນຫາອື່ນໆຄື: ສິດປ້ອງກັນຕົວຂອງປະເທດຕ່າງໆ, ປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ, ບໍ່ໃຊ້ກຳລັງອາວຸດ ຫລືນາບຂູ່ໃຊ້ກຳລັງອາວຸດ ແລະ ແກ້ໄຂບັນດາການພິພາດກັນຜ່ານມາດຕະການໂດຍສັນຕິ. ທ່ານເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສ້າງສັນ ໃນເວລາດຳເນີນກອງປະຊຸມເພື່ອຈຸດໝາຍລວມຂອງປະຊາຄົມໂລກຄື: ຫລຸດຜ່ອນຜົນຮ້າຍຢ້ອນລັງຈາກການຄ້າຂາຍອາວຸດຜິດກົດໝາຍໃນໂລກໃນລະດັບຕ່ຳສຸດ.