ຫວຽດນາມສະໜັບສະໜູນການ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​​ໃຫ້​ແກ່​ຊີຣີ

(VOVWORLD) -ວັນທີ 19 ກຸມພາ, ບັນດາປະເທດກໍາມະການ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນຢູ່ພາກພື້ນຕາເວັນຕົກສ່ຽງເໜືອ ຊີຣີ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງອົດກັ້ນ, ໂອ້ລົມສົນທະນາ ແລະ ເຈລະຈາກັນ ເພື່ອແນໃສ່ຫຼີກລ້ຽງຄວາມເຄັ່ງຕຶງປິນຂັ້ນໄດ. ບັນດາປະເທດຢັ້ງຢືນວ່າມາດຕະການດ້ານການເມືອງ ແມ່ນມາດຕະການໜຶ່ງດຽວໃຫ້ແກ່ການແກ້ໄຂວິກິດການຢູ່ປະເທດຕາເວັນອອກກາງນີ້.
ຫວຽດນາມສະໜັບສະໜູນການ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​​ໃຫ້​ແກ່​ຊີຣີ - ảnh 1ວາລະປະຊຸມສະພາຄວາມໝັ້ນຄົງ ສປຊ ໃນວັນທີ 9/01/2020 (ພາບ: TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຍົກສູງຄວາມສໍາຄັນຂອງການຊອກຫາບັນດາມາດຕະການດ້ານການເມືອງ ແລະ ການຕ່າງປະເທດເພື່ອຮັບມືກັບສະພາບການຢູ່ ຊີຣີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະ ບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ກ່ຽວຂ້ອງ, ກໍຄືອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປຢູ່ພາກຕາເວັນຕົກສ່ຽງເໜືອ ຊີຣີ ໃນຊຸມວັນຜ່ານມາ ເຊິ່ງພວມກໍ່ຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນກວ່າ 3 ລ້ານຄົນ. ທ່ານຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງອົດກັ້ນ, ຫຼີກລ້ຽງການເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ ແລະ ຢັ້ງຢືນວ່າ ເຖິງການສະໜັບສະໜູນດ້ວຍບົດບາດຂອງ ສປຊ ໃນການຊຸກຍູ້ການເຈລະຈາ ເພື່ອແນໃສ່ຊ່ວຍສ້າງສັນຕິພາບແບບຍືນຍົງຢູ່ ຊີຣີ.

ຟ້າມຮວນ, ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ