ຫວຽດນາມສະໜັບສະໜູນການປະຕິຮູບວິທີການເຮັດວຽກຂອງສະພາຄວາມໝັ້ນຄົງ

(VOVWORLD) -ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດທາງອອນລາຍ ກ່ຽວກັບບັນຫາລະບຽບການ ແລະ ວິທີການເຮັດວຽກ.
ຫວຽດນາມສະໜັບສະໜູນການປະຕິຮູບວິທີການເຮັດວຽກຂອງສະພາຄວາມໝັ້ນຄົງ - ảnh 1 (ກອງປະຊຸມປຶກສາຫາລືເປີດທາງອອນລາຍ)

ວັນທີ 15 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດທາງອອນລາຍ ກ່ຽວກັບບັນຫາລະບຽບການ ແລະ ວິທີການເຮັດວຽກ. ນີ້ແມ່ນກອງປະຊຸມປະຈຳປີເພື່ອໃຫ້ບັນດາສະມາຊິກສະພາຄວາມໝັ້ນຄົງ ແລະ ບັນດາປະເທດສະມາຊິກສະຫະປະຊາຊາດ ແລກປ່ຽນກ່ຽວກັບການປະຕິຮູບລະບຽບການ ແລະ ວິທີການເຮັດວຽກຂອງສະພາຄວາມໝັ້ນຄົງ.

        ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງທັດສະນະ ແລະ ກໍ່ແມ່ນຄຳໝັ້ນສັນຍາຂອງ E10 ໃນເລື່ອງ ຄວນເພີ່ມທະວີລັກສະນະກະຈ່າງແຈ້ງ, ປະສິດທິພາບ, ປະສິດທິຜົນ, ກວມລວມ ແລະ ການຫັນປ່ຽນຢ່າງອ່ອນໂຍນຂອງສະພາຄວາມໝັ້ນຄົງ ເພື່ອປະຕິບັດພາລະກຳເຊິ່ງກົດບັດສະຫະປະຊາຊາດມອບໝາຍໃຫ້ ໃຫ້ເປັນຢ່າງດີ, ພິເສດແມ່ນໃນສະພາບການທີ່ ນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນຕໍ່ລັດທິຫຼາຍຝ່າຍ ແລະ ບັນດາຄວາມຫຍຸ້ງຍາກຍ້ອນບັນດາຄວາມຂາດສະຖຽນລະພາບໃນໂລກກໍ່ຂຶ້ນ.

        ໃນເດືອນ ພຶດສະພາ ນີ້, ຄາດວ່າ ຫວຽດນາມ ຈະຈັດກອງປະຊຸມທາງອອນລາຍລະຫວ່າງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດ E10 ກັບ ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ບາງການເຄື່ອນໄຫວອື່ນໆ ເພື່ອແນໃສ່ເພີ່ມທະວີການສົມທົບກັນ ແລະ ການຮ່ວມມືລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ