ກອງປະຊຸມໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ
(ພາບ: baomoi.com)
(vovworld) – ຕອນເຊົ້າວັນທີ 18/6, ຢູ່ ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄັ້ງທີ 1 ຂອງກຸ່ມຊ່ຽວຊານກ່ຽວກັບການເຄື່ອນໄຫວເກັບກູ້ລະເບີດມະນຸດສະທຳ ໃນຂອບເຂດການເຄື່ອນໄຫວປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກ້ວາງ (ADMM+). ກອງປະຊຸມມີການເຄື່ອນໄຫວຂອງບັນດາຜູ້ແທນທີ່ມາຈາກ 18 ປະເທດສະມາຊິກ ADMM+ ແລະ ຜູ້ຕາງໜ້າຄະນະເລຂາອາຊຽນ. ນີ້ເປັນຄັ້ງທຳອິດ ຫວຽດນາມ ແລະ ອີນເດຍ ເປັນປະທານຮ່ວມຂອງກອງປະຊຸມ, ເພື່ອແນໃສ່ສ້າງແຜນການເຄື່ອນໄຫວຈອວກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການເຄື່ອນໄຫວເກັບກູ້ລະເບີດມະນຸດສະທຳໄລຍະ 2014 – 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນຈີ໋ວີ້ງ ໃຫ້ຮູ້ວ່າ:
“ຫວຽດນາມ ໄດ້ຜ່ານຜ່າສົງຄາມຫຼາຍຄັ້ງ ດັ່ງນັ້ນສະພາບມົນລະພິດລະເບີດໝາກໝີ່ນ ແລະ ຜົນຮ້າຍຢ້ອນຫຼັງຂອງມັນທີ່ມີຕໍ່ປະຊາຊົນພວກຂ້າພະເຈົ້າແມ່ນຮ້າຍແຮງທີ່ສຸດ. ຂ້າພະເຈົ້າຄິດວ່າ, ດ້ວຍບັນດາຕົວພະຍານນັ້ນ, ພວກຂ້າພະເຈົ້າມີຄວາມຕັດສິນໃຈສູງກ່ວາ ເພື່ອຮ່ວມມື, ເພື່ອບໍ່ມີປະຊາຊົນຜູ້ໃດປະສົບກັບເຄາະຮ້າຍຈາກລະເບີດໝາກໝີ່ນ ແລະ ປະຊາຊົນໄດ້ດຳລົງຊີວິດ, ຜະລິດຢ່າງປອດໄພໃນເຂດດິນຂອງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້”
ຕາມແຜນການເຄື່ອນໄຫວຂອງກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການເຄື່ອນໄຫວເກັບກູ້ລະເບີດມະນຸດສະທຳ ໄລຍະ 2014 – 2017, ກຸ່ມຈະສ້າງການເຄື່ອນໄຫວສົມທົບ ແລະ ກົນໄກຮ່ວມມືເພື່ອແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ແລະ ບັນດາຂອບເຂດດ້ານນິຕິກຳກ່ຽວຂ້ອງເຖິງການເຄື່ອນໄຫວເກັບກູ້ລະເບີດມະນຸດສະທຳ....