ຫວຽດນາມສະໜັບສະໜູນທຸກໆຄວາມມານະພະຍາຍາມຊຸກຍູ້ການເຈລະຈາແລະຮັກສາສັນຕິພາບ,ສະຖຽນລະພາບຢູ່ແຫຼມເກົາຫຼີ

(VOVWORLD) - ວັນທີ 30 ພຶດສະພາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີ ໃນວັນທີ 29 ພຶດສະພາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ:

ຫວຽດນາມສະໜັບສະໜູນທຸກໆຄວາມມານະພະຍາຍາມຊຸກຍູ້ການເຈລະຈາແລະຮັກສາສັນຕິພາບ,ສະຖຽນລະພາບຢູ່ແຫຼມເກົາຫຼີ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ 

(ພາບອີນເຕີແນັດ)

“ຫວຽດນາມ ເອົາໃຈໃສ່ເຖິງບັນດາການຜັນແປຫວ່າງມໍ່ໆມານີ້ທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ ແລະ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟຢ່າງຕໍ່ເນື່ອງ, ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງຮ້າຍແຮງ. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນທຸກໆຄວາມມານະພະຍາຍາມເພື່ອຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ

ເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາວັດທະນາຖາວອນຂອງພາກພື້ນແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງບັນດາປະເທດ; ສະເໜີໃຫ້ທຸກປະເທດເຄົາລົບບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ມີບັນດາການກະທຳທີ່ມີລັກສະນະສ້າງສັນ, ແທດຈິງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ