ຫວຽດນາມສະໜັບສະໜູນລັດ ປາແລດຕີນ ເອກະລາດ ແລະ ວັດຖະນາຖາວອນ

ວັນ​ທີ 30 ພະຈິກ, ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​​ເພື່ອຄວາມ​ສາມັກຄີ​ກັບປຊຊ ປາ​ແລດ​ຕີນ ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່ນິວຢອກ. ທ່ານ​ອຸ​ປະ​ທູດ ຟ້າ​ມ​​ວິ​ງກວາງ, ຮອງ​ຜູ້​ຕາງໜ້າ​ຜູ້​ປະຈຳການ ຫວຽດນາມ ຢູ່ ສະຫະ​ປະຊາ​ຊາດ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໃສ​ຢືນຢັນ​ວ່າ ຫວຽດນາມ​ໄດ້​ແບ​ງປັນ​ທັດສະນະ​ລວມ​ແມ່ນສະໜັບສະໜູນ​ລັດ ປາ​ແລດ​ຕີນ ​ເອກະລາດ, ວັດທະນາ​ຖາວອນ ​ແລະ ​ບັນດາ​ຊາດ​​ໃນ​ພາກ​ພື້ນ​ພ້ອມ​ກັນ​​ຄົງ​ຕົວ​ໃນ​ສັນຕິພາບ ​ແລະ ຄວາມ​ສະ​ຫງົບປອດ​ໄພ, ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນປະຕິບັດການ​​ໂອ້​ລົມ​ສົນທະນາ ​ແລະ ການ​ເຈລະຈາ​​ໃຫ້ເໝາະ​ສົມ​ກັບ​ມະຕິ​​ຕ່າງ​ໆ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຄົາລົບ​ນັບຖື​ກອບ​ກົດໝາຍ​ທີ່ໄດ້​ຮັບ​ການສ້າງຂື້ນ​ໃນ​ວິວັດ​ການ, ບັນດາ​ຂໍ້ມາດຕາຮຽບຮຽງ Madrit ​ແລະ ຂໍ້​ລິ​ເລີ່​ມສັນຕິພາບ ອາ​ຮັບ .
ຂ່າວ/ບົດ​ອື່ນ