ຫວຽດນາມສ້າງພື້ນຖານກະສີກຳທີ່ສາມາດແກ່ງແຍ້ງ, ສະໜິດສະໜົມກັບສິ່ງແວດລ້ອມ
ວາລະໄຂ ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊີຕາເວັນອອກ
ຄັ້ງທີ 24
(ພາບ: Đức Tám/TTXVN)
|
(vovworld) – ບັນດາລັດຖະບານຄວນໃຫ້ຄຳໝັນສັນຍາຢ່າງແຮງສຳລັບການພັດທະນາກະສີກຳ, ໃນນັ້ນຖື ການພັດທະນາກະສີກຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແມ່ນໜ້າທີ່ສຳຄັນໃນຍຸດທະສາດພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຢືນຢັນສິ່ງນີ້ທີ່ວາລະປະຊຸມດ້ວຍຫົວຂໍ້ “ ວິທີການຂອງອາຊີຍາດແຍ່ງກາລະໂອກາດໃໝ່ເພື່ອສ້າງວິທີສຳພັດລວມຂອງພາກພື້ນເພື່ອ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນອະນາຄົດ” ຊຶ່ງຈັດຂຶ້ນຢູ່ຈາກາຕາເມື່ອວັນທີ 21/4 ໃນຂອບເຂດ WEF ອາຊີຕາເວັນອອກ 2015. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ : ຫວຽດນາມພວມພະຍາຍາມຍູ້ແຮງການສ້າງໂຄງປະກອບກະສີກຳຄືນໃໝ່ ແນໃສ່ສ້າງພື້ນຖານກະສີກຳທີ່ມີຄວາມສາມາດແກ່ງແຍ້ງ ແລະ ສະໜິດສະໜົມກັບສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມສະໜັບສະໜູນ ແລະ ພວມຕັ້ງໜ້າຜັນຂະຫຍາຍຂໍ້ລິເລີ່ມລະດັບພາກພື້ນ ແລະ ໂລກຫຼາຍຂໍ້ກ່ຽວກັບກະສີກຳ, ໃນນັ້ນມີຂໍ້ລິເລີ່ມວິໄສທັດໃນຂົງເຂດກະສີກຳໂດຍ WEF ລິເລີ່ມ.
ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ວາລະໄຂກອງປະຊຸມດ້ວຍຫົວຂໍ້ “ອາຊີຕາເວັນອອກ ໃນສະພາບການໃໝ່”, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ພວມມານະພະຍາຍາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດ ແລະ ຫັນປ່ຽນຮູບແບບການເຕີບໂຕ, ປະຕິບັດສຳເລັດລະບອບເສດຖະກິດການຕະຫຼາດ, ພ້ອມທັງປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ແລະ ບັນດາກົນໄກຮ່ວມມືພາກພື້ນ, ຕັ້ງໜ້າເຈລະຈາສັນຍາການຄ້າເສລີ (FTA) ໃຫຍ່ຫຼາຍສະບັບ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊີ້ແຈ້ງວ່າຄວາມຂັດແຍ້ງກັນບົນທະເລຕ້ອງໄດ້ຮັບການແກ້ໄຂດ້ວຍມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຢັ້ງຢືນ ຫວຽດນາມ ຍາມໃດກໍ່ມານະພະຍາຍາມພ້ອມກັບບັນດາປະເທດ ແລະ ຄູ່ຮ່ວມມືບົນຈິດໃຈຮ່ວມມື, ສັດຊື່ບໍລິສຸດ, ໄວ້ເນື້ອເຊື່ອໃຈເພື່ອແນໃສ່ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອິນໂດເນເຊຍ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ຍູ້ແຮງການຮ່ວມມືໃນຂົງເຂດລົງທຶນ, ການຄ້າ, ເພີ່ມທະວີການຮ່ວມມືແກ້ໄຂບັນຫາຊາວປະມົງຢູ່ທະເລ…